V L P
This job has been expired
Vientiane Logistics Park

ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ:

ວັດຖຸປະສົງ:

ຊ່າງນໍ້າປະປາ ມີໜ້າທີ່ຮັບຜິດຊອບກ່ຽວ​ກັບ​ການ​ຕິດ​ຕັ້ງ​, ການ​ບໍາ​ລຸງ​ຮັກ​ສາ​, ແລະ ​ການ​ສ້ອມ​ແປງ​ລະ​ບົບ​ປະ​ປາ​. ດໍາເນີນການກວດກາໃຫ້ເປັນປົກກະຕິຂອງລະບົບປະປາໃນບໍລິສັດ ເພື່ອກວດພົບບັນຫາທີ່ອາດຈະເກີດຂຶ້ນ. ສ້ອມ​ແປງ ​ຫຼື​ທົດ​ແທນ​ອຸ​ປະ​ກອນທີ່ມີການເປເພ ຫຼື ເສຍຫາຍ ແລະ ປະຕິບັດວຽກງານ ອື່ນໆ ຕາມການມອບໝາຍຂອງຫົວໜ້າສາຍງານ

ເງື່ອນໄຂ / Qualification:

  • ສັນຊາດລາວ ອາຍຸ 25-35 ປີ. ມີປະສົບການໃນການເຮັດວຽກໃນວຽກງານສ້ອມແປງນໍ້າປະປາ 2 ປີ ຂຶ້ນໄປ.
  • ຮຽນຈົບຊັ້ນສູງ ຫຼື ທຽບເທົ່າ ໃນສາຂາວິຊາທີ່ກ່ຽວຂ້ອງ. ຖ້າມີປະສົບການ ໃນການເຮັດວຽກສ້ອມແປງລະບົບນໍ້າປະປາກ່ຽວກັບໂຄງການ (ຈະພິຈາລະນາເປັນພິເສດ).
  • ​ສາ​ມາດ​ໃນ​ການ​ນໍາ​ໃຊ້​ເຄື່ອງ​ມື ​ແລະ ​ອຸ​ປະ​ກອນ​ນໍ້າປະ​ປາ​.
  • ມີທັກສະໃນການເວົ້າ, ການຂຽນ ແລະ ການນໍາສະເໜີກ່ຽວກັບບັນຫາໜ້າວຽກຂອງຕົນໄດ້ດີ.
  • ມີທັດສະນະຄະຕິດີ ແລະ ມີຄວາມສັດຊື່ຕໍ່ອົງກອນ.
  • ສາມາດເຮັດວຽກລ່ວງເວລາໄດ້ (ຖ້າຈໍາເປັນ)
  • ມີຄວາມສາມາດໃນການເຮັດວຽກ ຢ່າງມີປະສິດຕິພາບປະສິດຕິຜົນ ແລະ ສາມາດເຮັດວຽກເປັນທີມໄດ້.

ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:

  • ດໍາເນີນການກວດກາໃຫ້ເປັນປົກກະຕິຂອງລະບົບນໍ້າປະປາໃນບໍລິສັດ ເພື່ອກວດພົບບັນຫາທີ່ອາດຈະເກີດຂຶ້ນ
  • ຕິດຕັ້ງທໍ່, ອຸປະກອນເສີມ, ແລະ ອຸປະກອນສໍາລັບການສະໜອງນ້ໍາ, ລະບາຍນ້ໍາ, ແລະ ລະບົບ ອື່ນໆ
  • ດໍາເນີນການບໍາລຸງຮັກສາກ່ຽວກັບລະບົບທໍ່ນ້ໍາທີ່ຢູ່ອາໄສ, ອາຄານສໍານັກງານ ຫຼື ພື້ນທີ່ຕ່າງໆ ເພື່ອຮັບປະກັນການເຮັດວຽກທີ່ເໝາະສົມ
  • ສະໜອງການແກ້ໄຂໄວ ເພື່ອຫຼຸດຜ່ອນຄວາມເສຍຫາຍ
  • ກວດກາ, ແກ້ໄຂ ແລະ ສ້ອມແປງລະບົບນໍ້າດີ, ນໍ້າເສຍ ພາຍໃນພື້ນທີ່ຮັບຜິດຊອບ
  • ຕິດຕາມ, ກວດກາ ລະບົບທໍ່ນໍ້າດັບເພີງ, ກວດວັດແທກຄ່າຄວາມດັນ ຂອງທໍ່ນໍ້າດັບເພີງເປັນປະຈໍາ
  • ຄິດໄລ່ ແລະ ປະເມີນ ການສ້ອມແປງ ລະບົບນໍ້າດີ ແລະ ນໍ້າເສຍ ຕ່າງໆ
  • ຮັກສາບັນທຶກຂອງວຽກງານທີ່ປະຕິບັດ, ພາກສ່ວນທີ່ໃຊ້, ແລະ ການກວດກາໃດໆທີ່ສໍາເລັດ
  • ແລະ ວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າສາຍງານ

ເອກະສານປະກອບສະໝັກ

  1. ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
  2. ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
  3. ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
  4. ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  5.  ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  6. ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  7. ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  8. ບັດປະຈຳຕົວ: 01 ໃບ (ສຳເນົາ)
  9. ສຳມະໂນຄົວ: 01 ຊຸດ (ສຳເນົາ)
  10. ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ

ໝາຍເຫດ:

  • ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
  • ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
  • ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:

ຕິດຕໍ່ສອບຖາມ:

  • ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
  • ໂທ: +856 21 360 999, +856 20 5540 8484, +856 20 5498 5560 (Tel & WhatsApp, ໜ່ວຍງານບຸກຄະລາກອນ)
  • ອີເມວ: recruitment@vientianelogisticspark.com
  • ເວັບໄຊ: https://vientianelogisticspark.com (ເວັບໄຊ້ບໍລິສັດ)
  • Facebook: Vientiane Logistics Park (ເຟສ໌ບຸກບໍລິສັດ)
  • Opening Hours:  Monday-Friday 08:00 AM – 17:00 PM

October 30, 2024

Laos set to become regional logistics connector, offering ‘great opportunities’

As the Belt and Road Initiative (BRI) advances, investors

October 24, 2024

ສໍາເລັດງານ ມະຫາກໍາ ໂລຈິດສະຕິກ ລາວ ຄັ້ງປະຖົມມະລຶກ ຕິດພັນກອງປະຊຸມເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງອາຊຽນ

ງານມະຫະກໍາ ໂລຊິດສະຕິກ ລາວ ຄັ້ງປະຖົມມະລຶກ ໄດ້ຈັດຂຶ້ນລະຫວ່າງວັນທີ 10-11 ຕຸລາ 2024 ທີ່ດ່ານສາກົນສິນຄ້າ