V L P
ງານມະຫະກໍາ ໂລຊິດສະຕິກ ລາວ ຄັ້ງປະຖົມມະລຶກ ໄດ້ຈັດຂຶ້ນລະຫວ່າງວັນທີ 10-11 ຕຸລາ 2024 ທີ່ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ເຊິ່ງຈັດຂຶ້ນຕໍ່ເນື່ອງຈາກກອງປະຊຸມ ສໍາມະນາກ່ຽວກັບການເຊື່ອມໂຍງເຊື່ອມຈອດ ທາງດ້ານການຂົນສົ່ງອາຊຽນ
ກອງປະຊຸມສາກົນກ່ຽວກັບການເຊື່ອມຕໍ່ການຂົນສົ່ງອາຊຽນ ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເຊິ່ງເປັນກອງປະຊຸມປິ່ນອ້ອມຂອບກອງປະຊຸມສຸດຍອດນັກ ທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2024 ໃນໂອກາດລາວເຮົາເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45
ກອງປະຊຸມດັ່ງກ່າວມີຄວາມສໍາຄັນຍິ່ງ ເພື່ອສົ່ງເສີມບົດບາດຂອງການຂົນສົ່ງກໍຄືການຮ່ວມມືດ້ານຕ່າງໆຂອງອາຊຽນ ໂດຍຕິດພັນກັບບັນດາຍຸດທະສາດການພັດທະນາແຫ່ງຊາດລາວໃນຖານະເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເຊິ່ງລາວເຮົາເຂົ້າໃຈເຖິງຄວາມສໍາຄັນ ຂອງການການເຊື່ອມໂຍງເຊື່ອມຈອດ ເຖິງວ່າ ມີຂໍ້ຈໍາກັດທາງພູມສາດ. ແຕ່ໄດ້ວາງຍຸດທະສາດຫັນເອົາປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນສູນກາງການເຊື່ອມໂຍງເຊື່ອມຈອດ ຫຼື ໂລຊິດສະຕິກ ກັບບັນດາປະເທດພາກພື້ນອາຊຽນກໍຄືໃນໂລກ
ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ປະເທດລາວເຮົາມີຈຸດພິເສດເປັນຂົວຕໍ່ລະຫວ່າງເສດຖະກິດໃຫຍ່ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງມີຊາຍແດນຕິດກັບປະເທດຈີນ, ໄທ, ຫວຽດນາມ, ກໍາປູເຈຍ ແລະ ມຽນມາ ເປັນຜົນດີທາງຍຸດທະສາດໃນການອໍານວຍຄວາມສະດວກການຂົນສົ່ງສິນຄ້າ, ສົ່ງເສີມການຄ້າການລົງທຶນ ແລະ ການເຕີບໂຕທາງເສດຖະກິດໃນພາກພື້ນ. ໃນບໍ່ພໍເທົ່າໃດປີມານີ້ ລາວເຮົາໄດ້ກາຍເປັນພາກສ່ວນໜຶ່ງທີ່ສໍາຄັນໃນແຜນການເຊື່ອມໂຍງຂອງອາຊຽນ ພາຍຫຼັງເສັ້ນທາງລົດໄຟລາວ-ຈີນໄດ້ກໍ່ສ້າງສໍາເລັດໃນປີ 2021 ໄດ້ກາຍເປັນບາດກ້າວໜຶ່ງທີ່ສໍາຄັນຕໍ່ການເພີ່ມຂີດຄວາມສາມາດດ້ານການຂົນສົ່ງຂອງປະເທດເຮົາ
ທາງລົດໄຟບໍ່ພຽງແຕ່ເຊື່ອມຕໍ່ຈາກລາວໄປຫາປະເທດຈີນເທົ່ານັ້ນ ແຕ່ຍັງສາມາດເຊື່ອມຕໍ່ກັບເສັ້ນທາງອື່ນໆ ໄດ້ຢ່າງກວ້າງຂວາງ ຫຼຸດຜ່ອນເວລາ, ໄລຍະທາງ ພ້ອມທັງຫຼຸດຜ່ອນຕົ້ນທຶນໃນການຂົນສົ່ງ
ທີ່ພົ້ນເດັ່ນໃນປັດຈຸບັນ ທ່າບົກທ່ານາແລ້ງໄດ້ກາຍເປັນດ່ານສາກົນທາງດ້ານສິນຄ້າຂອງລາວ ນັບແຕ່ທ້າຍປີ 2021 ເປັນຕົ້ນມາ ເຊິ່ງໃນໂຄງການນີ້ ໄດ້ແບ່ງອອກເປັນຫຼາຍເຂດ ເປັນຕົ້ນ ທ່າບົກທ່ານາແລ້ງ, ເຂດໂລຈິດສະຕິກ ພາກ, ເຂດສິນຄ້າສົ່ງອອກ, ສາງນໍ້າມັນ ແລະ ລະບົບຕ່າງໆທີ່ຈະໄດ້ສືບຕໍ່ພັດທະນາຕໍ່ໆໄປ, ທ່ານ ລິດຕາ ຂັດຕິຍະ ກ່າວ.
ຕິດພັນກອງປະຊຸມດັ່ງກ່າວ ໃນວັນທີ 10-11 ຕຸລາ 2024 ທີ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ກໍໄດ້ມີການຈັດງານມະຫະກໍາ ໂລຊິດສະຕິກ ລາວ ຄັ້ງປະຖົມມະລືກ ມີແຂກຮັບເຊີນທັງພາກລັດ-ເອກະຊົນ ແລະ ບັນດາຜູ້ສະໝັກລົງທະບຽນເຂົ້າຮ່ວມເປັນຈໍານວນຫຼາຍ
ມະຫະກໍາ ໂລຊິດສະຕິກ ລາວ 2024 ເປັນງານແຫ່ງການຫັນປ່ຽນໃນການບໍລິການຂົນສົ່ງສິນຄ້າ ເຊື່ອມໂຍງເຊື່ອມຈອດປະເທດລາວ ກັບສາກົນ; ເປັນໂອກາດອັນດີໃນການດໍາເນີນທຸລະກິດ, ສ້າງມາດຕະຖານໃໝ່, ສ້າງເຄືອຂ່າຍໃນການຮ່ວມມືໄລຍະຍາວ, ຍົກສູງເສີມຂະຫຍາຍທຸລະກິດໄປພ້ອມໆກັນ
ທ່ານ ສາຄອນ ພິລາງາມ ປະທານ ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງ ສິນຄ້າ ລະຫວ່າງປະເທດຂອງ ສປປ ລາວກ່າວວ່າ: ງານມະຫາກໍາ ໂລຊິດສະຕິກ ລາວ ( Laos logistics fair) ເປັນເກມຫັນປ່ຽນສູ່ໂອກາດອັນໃໝ່ໃຫ້ພວກເຮົາສາມາດຮູ້ໄດ້ໃນການຂົນສົ່ງຜ່ານແດນ – ຂ້າມແດນທາງບົກ, ທາງລົດໄຟຫຼາຍຮູບແບບ ຫຼື ເພີ່ມພູມມິດຕະພາບການສ້າງເຄືອຂ່າຍການເຊື່ອມໂຍງເຊື່ອມຈອດລາວສູ່ສາກົນ
ພາຍໃນງານດັ່ງກ່າວ, ມີທັງການສໍາມະນາເຜີຍແຜ່ສາລະຄວາມຮູ້ດ້ານທຸລະກິດການຂົນສົ່ງ, ງານວາງສະແດງສິນຄ້າ, ສາທິດການບໍລິການພາກສະໜາມ ແລະ ກິດຈະກໍາຕ່າງໆຢ່າງມີຄວາມຄຶກຄື້ນຕະຫຼອດໄລຍະການຈັດງານ

March 28, 2025

ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ

ເພື່ອຍົກລະດັບການຂົນສົ່ງ ຂອງ ສປປ ລາວ ຮອງຮັບການນໍາເຂົ້າ-ສົ່ງອອກ, ສົ່ງອອກຕໍ່ ແລະ ຜ່ານແດນ ສິນ

October 30, 2024

Laos set to become regional logistics connector, offering ‘great opportunities’

As the Belt and Road Initiative (BRI) advances, investors