V L P
This job has been expired
Vientiane Logistics Park

ວັດຖຸປະສົງ:

ວິສະວະກອນອອກແບບ ມີໜ້າທີ່ກວດສອບການອອກແບບທີ່ຄາດຄະເນໄວ້ວ່າ ແບບເປັນໄປຕາມຂໍ້ກຳນົດ ແລະ ໃຊ້ງານໄດ້ແທ້, ປອດໄພ ແລະ ປະຫຍັດ. ຄວບຄຸມການອອກແບບໂຄງການຕັ້ງແຕ່ຕົ້ນຈົນຈົບ ແລະ ເຮັດວຽກກັບຜູ້ຊ່ຽວຊານທາງດ້ານການກໍ່ສ້າງຈຳນວນຫຼາຍ, ລວມທັງວິຊາການສຳຫຼວດ ແລະ ວິສະວະກອນ.

ເງື່ອນໄຂ / Qualification:

  • ສັນຊາດລາວ ອາຍຸ 25-30 ປີ. ມີປະສົບການດ້ານອອກແບບ ແລະ ແຕ້ມແບບ 3-5 ປີ
  • ຈົບປະລິນຍາຕີດ້ານການອອກແບບ ແລະ ວິຊາທີ່ກ່ຽວຂ້ອງ
  • ມີຫົວຄິດປະດິດສ້າງ ແລະ ແນວຄິດສ້າງສັນໃນການອອກແບບ
  • ຮູ້ນຳໃຊ້ໂປຣແກມ AutoCAD, Sketchup, 3D Max, V-ray ໂປຣແກຣມທີ່ກ່ຽວຂ້ອງອື່ນໆ
  • ສາມາດສື່ສານພາສາອັງກິດໄດ້ ຊັດເຈນ-ເຂົ້າໃຈງ່າຍ
  • ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນ ແລະ ສາມາດເຮັດວຽກເປັນທີມໄດ້
  • ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ

ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:

  • ປະຊຸມກັບລູກຄ້າ ແລະ ເຂົ້າໃຈຄວາມຕ້ອງການຂອງລູກຄ້າ
  • ປັບແບບ ແລະ ໂຄງສ້າງ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ
  • ຄຸ້ມຄອງການອອກແບບໂຄງການໂດຍເລີ່ມຈາກແນວຄວາມຄິດ ຈົນເຖິງການອອກແບບສຳເລັດ
  • ກະກຽມຮູບແຕ້ມ, ແຜນຜັງ, ຂໍ້ມູນສະເພາະ ແລະ ເອກະສານກໍ່ສ້າງທີ່ຈຳເປັນ
  • ດຳເນີນການຄົ້ນຄວ້າ ແລະ ສັງລວມບົດລາຍງານຄວາມເປັນໄປໄດ້ ແລະ ຜົນກະທົບຕໍ່ສິ່ງເເວດລ້ອມ
  • ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງ ຜູ້ຈັດການ ແລະ ຫົວໜ້າໜ່ວຍງານກໍ່ສ້າງໂຄງການ

ເອກະສານປະກອບສະໝັກ

  1. ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
  2. ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
  3. ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
  4. ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  5.  ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  6. ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  7. ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  8. ບັດປະຈຳຕົວ: 01 ໃບ (ສຳເນົາ)
  9. ສຳມະໂນຄົວ: 01 ຊຸດ (ສຳເນົາ)
  10. ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ

ໝາຍເຫດ:

  • ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
  • ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
  • ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:

ຕິດຕໍ່ສອບຖາມ:

  • ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
  • ໂທ: +856 21 360 999, + 856 20 5540 8484 (Tel & WhatsApp)
  • ອີເມວ: recruitment@vientianelogisticspark.com
  • ເວັບໄຊ: https://vientianelogisticspark.com
  • Facebook: Vientiane Logistics Park
  • Opening Hours:  Monday-Friday 08:00 AM – 17:00 PM

May 16, 2024

Lao dry port operator, Yunnan authorities hold talks to facilitate logistics

Operators of the Thanaleng Dry Port and Vientiane Logistics

March 29, 2024

Thanaleng Dry Port celebrates achievement on IFC financing

The developer and operator of the Thanaleng Dry Port,