ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່
ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ ບໍລິສັດ ທ່າບົກທ່ານາແລ້ງ ຂອງ ສປປ ລາວ ໄດ້ລົງນາມໃນບັນທຶກການຮ່ວມມື (MoC) ເພື່ອພັດທະນາຄວາມຄິດລິເລີ່ມແຫ່ງຍຸດທະສາດນີ້. ບົດບັນທຶກນີ້ ໄດ້ຮັບການລົງນາມໂດຍ ປະທານບໍລິສັດ PTLH ທ່ານ ຈັນທອນ ສິດທິໄຊ, ແລະ ປະທານບໍລິສັດ MMC Ports ທ່ານ Datuk Azman Shah Mohd Yusof ພາຍໃຕ້ການເປັນສັກຂີພະຍານ