ວຽງຈັນໂລຊິດສະຕິກ ພາກ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ
ວຽງຈັນໂລຊິດສະຕິດພາກ ບັນລຸຫຼາຍຂໍ້ຕົກລົງເປີດກວ້າງການຮ່ວມມື ໂດຍນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງ ທ່າບົກທ່ານາແລ້ງເປັນສູນກາງເຊື່ອມໂຍງພາກພື້ນ ແລະ ສາກົນດ້ານການຂົນສົ່ງ, ຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ ການບໍລິການທາງດ້ານແຫຼ່ງທຶນແບບປະສົມປະສານ-ພັດທະນາການຄ້າຂ້າມແດນໃນພາກພື້ນ ລະຫວ່າງວັນທີ 19-24 ມິຖຸນາ 2025 ນີ້ ບໍລິສັດ ວຽງຈັນໂລຊິດສະຕິດພາກ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ (China-South Asia Expo) ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ ນໍາພາຄະນະໃນການເດີນທາງໂດຍແມ່ນທ່ານ ວຽງຄອນ ສິດທິໄຊ ຮອງປະທານບໍລິສັດ ທ່າບົກ ທ່ານາແລ້ງ ຈໍາກັດຜູ້ດຽວ ງານດັ່ງກ່າວຈັດຂຶ້ນພາຍໃຕ້ຈຸດປະສົງ ເພື່ອເປັນການເຊື່ອມໂຍງ ແລະ ພັດທະນາຜັນຂະຫຍາຍໂຄງການໜຶ່ງແລວ ໜຶ່ງເສັ້ນທາງ ເຊື່ອມໂຍງຈີນສູ່ບັນດາປະເທດອາຊີ ແລະ ຍົກສູງຜັນຂະຫຍາຍດ້ານການຮ່ວມມືກັບບັນດາປະເທດທີ່ເຂົ້າຮ່ວມໂຄງການໜຶ່ງແລວໜຶ່ງເສັ້ນທາງ ໃນໄລຍະເປີດງານ ພະນະທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ