V L P
This job has been expired
Full-time
ວຽງຈັນ ໂລຊິດສະຕິກ ພາກ

ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ:

ວັດຖຸປະສົງ:

ພະນັກງານຊ່ວຍວຽກບໍລິຫານຫ້ອງການປະສານງານ ມີຄວາມຮັບຜິດຊອບໃນການຈັດເກັບເອກະສານ ແລະ ຊ່ວຍໃນການປະສານງານທົ່ວໄປ ເພື່ອໃຫ້ວຽກພາກສະໜາມໄວຂຶ້ນໃຫ້ທັນເວລາກັບໜ້າວຽກພາກສະໜາມ, ພ້ອມທັງຊ່ວຍໃຫ້ທີມງານພາກສະໜາມ ໃຫ້ມີປະສິດຕິພາບເພີ່ມຂຶ້ນ

ເງື່ອນໄຂ / Qualification:

  • ສັນຊາດລາວ ອາຍຸ 25-30 ປີ.
  • ມີປະສົບການ ໃນການເຮັດວຽກ ບໍລິຫານຫ້ອງການ ຢ່າງໜ້ອຍ 1-2 ປີ.
  • ຮຽນຈົບປະລິນຍາຕີ ຫຼື ຊັ້ນສູງ ໃນສາຂາ ບໍລິຫານທຸລະກິດ ແລະ ການເງິນ-ການບັນຊີ ຫຼື ສາຂາວິຊາທີ່ກ່ຽວຂ້ອງ. (ຍິນດີຕ້ອນຮັບນັກສຶກສາຈົບໃໝ່)
  • ມີຄວາມສາມາດນໍາໃຊ້ໂປຣແກຣມ Microsoft Office ແລະ ສາມາດນໍາໃຊ້ ຄອມພິວເຕີ້ເຂົ້າໃນວຽກງານທີ່ກ່ຽວຂ້ອງກັບໜ້າວຽກໄດ້.
  • ມີທັກສະໃນການເວົ້າ, ການຂຽນ ແລະ ການນໍາສະເໜີໄດ້ດີ.
  • ມີທັກສະໃນການເວົ້າ, ການອ່ານ ແລະ ການຂຽນ ພາສາຕ່າງປະເທດ ໄດ້ດີ (ຈະພິຈາລະນາເປັນພິເສດ).
  • ມີທັກສະໃນການເຈລະຈາ ແລະ ຕໍ່ລອງ ໄດ້ເປັນຢ່າງດີ.
  • ສາມາດເຮັດວຽກລ່ວງເວລາໄດ້ (ຖ້າຈໍາເປັນ).
  • ມີຄວາມສາມາດໃນການເຮັດວຽກ ຢ່າງມີປະສິດຕິພາບປະສິດຕິຜົນ ແລະ ສາມາດເຮັດວຽກເປັນທີມໄດ້.

ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:

  • ຊ່ວຍວຽກບໍລິຫານຫ້ອງການ
  • ຊ່ວຍວຽກປະສານງານຂໍອະນຸມັດເງິນທົດແທນ ແລະ ເງິນໃຊ້ຈ່າຍຢູ່ຫ້ອງການພາກສະໜາມ
  • ຊ່ວຍວຽກຄະນະກໍາມະການ

ແລະ ວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າສາຍງານ

ເອກະສານປະກອບສະໝັກ

  1. ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
  2. ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
  3. ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
  4. ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  5.  ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  6. ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  7. ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  8. ບັດປະຈຳຕົວ: 01 ໃບ (ສຳເນົາ)
  9. ສຳມະໂນຄົວ: 01 ຊຸດ (ສຳເນົາ)
  10. ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ

ໝາຍເຫດ:

  • ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
  • ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
  • ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:

ຕິດຕໍ່ສອບຖາມ:

  • ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
  • ໂທ: +856 21 360 999, + 856 20 5540 8484 (Tel & WhatsApp)
  • ອີເມວ: recruitment@vientianelogisticspark.com
  • ເວັບໄຊ: https://vientianelogisticspark.com
  • Facebook: Vientiane Logistics Park
  • Opening Hours:  Monday-Friday 08:00 AM – 17:00 PM

ເດືອນຕຸລາ 30, 2024

Laos set to become regional logistics connector, offering ‘great opportunities’

As the Belt and Road Initiative (BRI) advances, investors

ເດືອນຕຸລາ 24, 2024

ສໍາເລັດງານ ມະຫາກໍາ ໂລຈິດສະຕິກ ລາວ ຄັ້ງປະຖົມມະລຶກ ຕິດພັນກອງປະຊຸມເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງອາຊຽນ

ງານມະຫະກໍາ ໂລຊິດສະຕິກ ລາວ ຄັ້ງປະຖົມມະລຶກ ໄດ້ຈັດຂຶ້ນລະຫວ່າງວັນທີ 10-11 ຕຸລາ 2024 ທີ່ດ່ານສາກົນສິນຄ້າ