V L P
Vientiane Logistics Park

ຈຸດປະສົງຂອງຕຳແໜ່ງ:

ຈຸດ​ປະ​ສົງ ຂອງຕໍາ​ແໜ່ງນີ້ ແມ່ນ​ເປັນ​ຜູ້​ຮັບ​ຜິດ​ຊອບ​ສໍາ​ລັບ​ການ​ທົບ​ທວນ​ຄືນ​ແຜນ​ການ​ສໍາ​ລັບ​ ລະບົບໄຟ​ຟ້າ​, ຄວາມ​ຮ້ອນ​, ເຄື່ອງ​ປັບ​ອາ​ກາດ​, ແລະ ​ການ​ລະບາຍ​ອາ​ກາດ​ຂອງ​ອາ​ຄານ​ສໍາ​ລັບ​ການ​ກໍ່​ສ້າງ​.

ໜ້າທີ່ຕົ້ນຕໍຈະປະກອບມີ: ການປະຕິບັດການທົບທວນແຜນລະຫັດອາຄານ ແລະ / ຫຼື ການກວດກາ (ກົນຈັກ, ໄຟຟ້າ) ກ່ຽວກັບອາຄານທີ່ຢູ່ອາໄສ, ການຄ້າ ແລະ ການຄຸ້ມຄອງໂຄງການທີ່ກ່ຽວຂ້ອງສະເພາະ. ການເດີນທາງບາງຢ່າງອາດຈະຕ້ອງການສໍາລັບການກວດກາ ແລະ / ຫຼື ການຄຸ້ມຄອງໂຄງການໃນຂອບເຂດທີ່ໄດ້ຮັບມອບໝາຍ.

ເງື່ອນໄຂ:

  • ສັນຊາດລາວ ອາຍຸ 26-40 ປີ
  • ມີປະສົບການຢ່າງໜ້ອຍ 2 ປີ ຂຶ້ນໄປ, ໃນສາຂາທີ່ກ່ຽວຂ້ອງ (ຖ້າມີປະສົບການ ໂຄງການກໍ່ສ້າງທາງການຄ້າ ຫຼື / ແລະ ມີປະສົບການໂຄງການພື້ນຖານໂຄງລ່າງ) ຈະພິຈາລະນາເປັນພິເສດ
  • ຈົບປະລິນຍາຕີ ໃນສາຂາ ທີ່ກ່ຽວຂ້ອງກັບການກໍ່ສ້າງ
  • ສາມາດນໍາໃຊ້ Microsoft Words, Excel, PowerPoint, AutoCAD, PDF, Survey ແລະ ໂປຣແກຣມ ອື່ນໆ ທີ່ກ່ຽວຂ້ອງ
  • ສາມາດນໍາໃຊ້ພາສາອັງກິດຢູ່ພາກສະໜາມໄດ້
  • ຕ້ອງມີທັກສະໃນການສື່ສານ ເພື່ອສື່ສານກັບຜູ້ຮັບເໝົາທັງຄົນພາຍໃນ ແລະ ຕ່າງຊາດ
  • ມີປະສົບການການໃຊ້ເຄື່ອງມືດ້ານ Generators, Pumps ແລະ ດ້ານ IT ບາງດ້ານ
  • ຕ້ອງມີສະຕິແກ້ໄຂບັນຫາ, ສາມາດສະເໜີວິທີແກ້ໄຂບັນຫາໄດ້ ແລະ ສາມາດເຮັດວຽກລ່ວງເວລາໄດ້
  • ມີທັດສະນະຄະຕິທີ່ດີ ໃນການເຮັດວຽກ (ສາມາດອອກວຽກນອກຕ່າງແຂວງໄດ້, ຖ້າຈໍາເປັນ)
  • ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນແລະ ສາມາດເຮັດວຽກເປັນທີມໄດ້
  • ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ

ໜ້າທີ່ຮັບຜິດຊອບ:

  • ຕິດຕາມຕາຕະລາງໂຄງການ ແລະ ຄວາມຄືບໜ້າຂອງວຽກ
  • ຄຸ້ມຄອງຜູ້ຮັບເໝົາ M&E ແລະ ຄຸນນະພາບຂອງວຽກໃນສະຖານທີ່ ທີ່ຕົນຮັບຜິດຊອບ
  • ເຂົ້າຮ່ວມກອງປະຊຸມຕາມສະຖານທີ່ ແລະ ປະສານງານວຽກງານທີ່ກ່ຽວຂ້ອງກັບ M&E ກັບທີມງານໂຄງການ
  • ອອກແບບວຽກງານ M&E ຕາມຄວາມຕ້ອງການ
  • ສົ່ງຄໍາຮ້ອງຂໍຊື້ວັດສະດຸ M&E ທີ່ຈໍາເປັນ ເພື່ອຮັບປະກັນຄວາມຄືບໜ້າຂອງວຽກງານຕາມຕາຕະລາງໂຄງການ
  • ກວດສອບຄຸນນະພາບ ແລະ ປະລິມານຂອງວັດສະດຸ M&E ທີ່ສົ່ງມາໃຫ້ກັບສະຖານທີ່ຕົວຈິງ
  • ສະໜັບສະໜູນທີມງານໂຄງການຢູ່ໃນພື້ນທີ່ບ່ອນເຮັດວຽກ ທີ່ມີຄວາມຕ້ອງການດ້ານໄຟຟ້າ ແລະ ກົນຈັກ
  • ຄຸ້ມຄອງຄວາມປອດໄພຂອງສະຖານທີ່ກ່ຽວກັບການນຳໃຊ້ໄຟຟ້າ ແລະ ກົນຈັກ ໂດຍປະສານງານກັບພາກສ່ວນກ່ຽວຂ້ອງ
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າສາຍງານ ແລະ ຜູ້ຈັດການໂຄງການ

ໝາຍເຫດ: ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ.

  • ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ. (ກະລຸນາແນບເບີໂທ ຫຼື ອີເມວລ໌ ຂອງທ່ານທີ່ສາມາດຕິດຕໍ່ໄດ້ມາພ້ອມ).
  • ສົ່ງໃຫ້ ຫ້ອງການ-ໜ່ວຍງານຊັບພະຍາກອນມະນຸດ ຂອງບໍລິສັດ
  • ທີ່ຕັ້ງບໍລິສັດ: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
  • +856 21 360 999 (ເບີໂທຫ້ອງການ)
  • + 856 20 5540 8484 & 020 5498 5560 (ໜ່ວຍງານບຸກຄະລາກອນ)
  • recruitment@vientianelogisticspark.com  (ອີເມວລ໌ບໍລິສັດ)
  • https://vientianelogisticspark.com/ (ເວັບໄຊ້ບໍລິສັດ)
  • Vientiane Logistics Park (ເຟສ໌ບຸກບໍລິສັດ)
  • Opening Hours:  Monday-Friday 08:00 AM – 05:00 PM

September 25, 2025

ປະກອບສ່ວນອຸປະຖຳ ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VI

ໃນວັນທີ 19 ກັນຍາ 2025 ທີ່ຜ່ານມາ, ກຸ່ມບໍລິສັດ ສິດທິໂລຈິສຕິກ ລາວ ຈຳກັດ,

June 19, 2025

ວຽງຈັນໂລຊິດສະຕິກ ພາກ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ

ວຽງຈັນໂລຊິດສະຕິດພາກ ບັນລຸຫຼາຍຂໍ້ຕົກລົງເປີດກວ້າງການຮ່ວມມື ໂດຍນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງ ທ່າບົກທ່ານາແລ້ງເປັນສູນກາງເຊື່ອມໂຍງພາກພື້ນ ແລະ ສາກົນດ້ານການຂົນສົ່ງ, ຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ