This job has been expired
ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ:
ວັດຖຸປະສົງ:
ວິສະວະກອນ ນໍ້າປະປາ (Plumbing Engineer) ມີໜ້າທີ່ຮັບຜິດຊອບ ການເຮັດວຽກໃນທຸກຂັ້ນຕອນຂອງ ວົງຈອນການກໍ່ສ້າງຂອງລະບົບນໍ້າປະປາ, ເລີ່ມຕັ້ງແຕ່ການພັດທະນາການອອກແບບຈົນສໍາເລັດການກໍ່ສ້າງ ແລະ ວາງແຜນສໍາລັບການບໍາລຸງຮັກສາ ແລະ ຄຸ້ມຄອງວຽກງານທີ່ກ່ຽວຂ້ອງ ໃຫ້ໄດ້ຕາມເປົ້າໝາຍ
ເງື່ອນໄຂ / Qualification:
- ສັນຊາດລາວ ອາຍຸ 25-35 ປີ. ມີປະສົບການ 3-5 ປີ ໃນຕໍາແໜ່ງທີ່ໃກ້ຄຽງກັນ
- ຈົບປະລິນຍາຕີ ໃນສາຂານ້ຳປະປາ ຫຼື ສາຂາທີ່ກ່ຽວຂ້ອງ
- ສາມາດນໍາໃຊ້ Microsoft Words, Excel, PowerPoint, Auto CAD, PDF, Survey ແລະ ໂປຣແກຣມ ອື່ນໆ ທີ່ກ່ຽວຂ້ອງ
- ສາມາດນໍາໃຊ້ພາສາອັງກິດຢູ່ພາກສະໜາມໄດ້
- ມີຄວາມກະຕືລືລົ້ນ, ພະຍາຍາມສູງໃນການປະຕິບັດໜ້າທີ່ວຽກງານ, ສາມາດເຮັດວຽກໄດ້ຢ່າງອິດສະຫຼະ
- ຕ້ອງມີທັກສະໃນການສື່ສານ ເພື່ອສື່ສານກັບຜູ້ຮັບເໝົາທັງຄົນພາຍໃນ ແລະ ຕ່າງຊາດ
- ມີຄວາມຮູ້ທາງດ້ານລະບົບປະປາ ແລະ ຜະລິດຕະພັນ
- ມີທັດສະນະຄະຕິທີ່ດີ ໃນການເຮັດວຽກ (ສາມາດອອກວຽກນອກຕ່າງແຂວງໄດ້, ຖ້າຈໍາເປັນ)
- ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນແລະ ສາມາດເຮັດວຽກເປັນທີມໄດ້
- ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ
ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:
- ຊີ້ນຳ ແລະ ປະສານງານການບໍລິການນ້ຳປະປາ ແລະ ເຮັດວຽກໃກ້ຊິດກັບພະນັກງານພະແນກອື່ນໆ ເພື່ອໃຫ້ກົງຕາມໄລຍະເວລາທີ່ໂຄງການກຳນົດ, ທົບທວນຄືນລາຍງານ ແລະ ວິທີການຕິດຕັ້ງຂອງຜູ້ຮັບເໝົາ
- ດຳເນີນການ ແລະ ເຮັດທົດສອບວຽກນ້ຳປະປາໃນອາຄານກໍໍ່ສ້າງ ທີ່ມອບໝາຍໃຫ້ເຮັດ
- ເບິ່ງແຍງວຽກງານພາກສະໜາມໃນແຕ່ລະມື້
- ຄວບຄຸມເບິ່ງແຍງລະບົບນໍ້າປະປາຂອງໂຄງການ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງ
- ຊ່ວຍບໍລິຫານຈັດການຂັ້ນຕອນການເຮັດວຽກ, ແບບແຕ້ມ, ວັດສະດຸ, ຕົວຢ່າງວັດສະດຸ ແລະ ຄວາມຄືບໜ້າວຽກຂອງຜູ້ຮັບເໝົາຍ່ອຍ
- ຮັກສາບັນທຶກຂໍ້ມູນທີ່ຖືກຕ້ອງຂອງການອອກແບບທໍ່, ການດັດແປງ, ແລະ ການຕິດຕັ້ງໃຫ້ເປັນໄປຕາມກໍານົດເວລາ ແລະ ຢູ່ພາຍໃນງົບປະມານ
- ກວດສອບວຽກປະຈໍາວັນ ແລະ ອະນຸມັດກັບຜູ້ຮັບເໝົາ
- ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງ ຫົວໜ້າໜ່ວຍງານກໍ່ສ້າງໂຄງການ ແລະ ຜູ້ຈັດການໂຄງການ
ເອກະສານປະກອບສະໝັກ
- ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
- ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
- ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
- ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ບັດປະຈຳຕົວ: 01 ໃບ (ສຳເນົາ)
- ສຳມະໂນຄົວ: 01 ຊຸດ (ສຳເນົາ)
- ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ
ໝາຍເຫດ:
- ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
- ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
- ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:
ຕິດຕໍ່ສອບຖາມ:
- ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
- ໂທ: +856 21 360 999, +856 20 5540 8484, +856 20 5498 5560 (Tel & WhatsApp, ໜ່ວຍງານບຸກຄະລາກອນ)
- ອີເມວ: recruitment@vientianelogisticspark.com
- ເວັບໄຊ: https://vientianelogisticspark.com (ເວັບໄຊ້ບໍລິສັດ)
- Facebook: Vientiane Logistics Park (ເຟສ໌ບຸກບໍລິສັດ)
- Opening Hours: Monday-Friday 08:00 AM – 17:00 PM
October 30, 2024
Laos set to become regional logistics connector, offering ‘great opportunities’
As the Belt and Road Initiative (BRI) advances, investors
October 24, 2024
ສໍາເລັດງານ ມະຫາກໍາ ໂລຈິດສະຕິກ ລາວ ຄັ້ງປະຖົມມະລຶກ ຕິດພັນກອງປະຊຸມເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງອາຊຽນ
ງານມະຫະກໍາ ໂລຊິດສະຕິກ ລາວ ຄັ້ງປະຖົມມະລຶກ ໄດ້ຈັດຂຶ້ນລະຫວ່າງວັນທີ 10-11 ຕຸລາ 2024 ທີ່ດ່ານສາກົນສິນຄ້າ