ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ:
ວັດຖຸປະສົງ:
ຈຸດປະສົງ ຂອງຕໍາແໜ່ງນີ້ ແມ່ນເປັນຜູ້ຮັບຜິດຊອບສໍາລັບການທົບທວນຄືນແຜນການສໍາລັບ ລະບົບໄຟຟ້າ, ຄວາມຮ້ອນ, ເຄື່ອງປັບອາກາດ, ແລະ ການລະບາຍອາກາດຂອງອາຄານສໍາລັບການກໍ່ສ້າງ
ໜ້າທີ່ຕົ້ນຕໍຈະປະກອບມີ: ການປະຕິບັດການທົບທວນແຜນລະຫັດອາຄານ ແລະ / ຫຼື ການກວດກາ (ກົນຈັກ, ໄຟຟ້າ) ກ່ຽວກັບອາຄານທີ່ຢູ່ອາໄສ, ການຄ້າ ແລະ ການຄຸ້ມຄອງໂຄງການທີ່ກ່ຽວຂ້ອງສະເພາະ, ການເດີນທາງບາງຢ່າງອາດຈະຕ້ອງການສໍາລັບການກວດກາ ແລະ / ຫຼື ການຄຸ້ມຄອງໂຄງການໃນຂອບເຂດທີ່ໄດ້ຮັບມອບໝາຍ
ເງື່ອນໄຂ / Qualification:
- ສັນຊາດລາວ ອາຍຸ 26-40 ປີ
- ມີປະສົບການຢ່າງໜ້ອຍ 2 ປີ ຂຶ້ນໄປ, ໃນສາຂາທີ່ກ່ຽວຂ້ອງ (ຖ້າມີປະສົບການ ໂຄງການກໍ່ສ້າງທາງການຄ້າ ຫຼື / ແລະ ມີປະສົບການໂຄງການພື້ນຖານໂຄງລ່າງ) ຈະພິຈາລະນາເປັນພິເສດ
- ຈົບປະລິນຍາຕີ ໃນສາຂາ ທີ່ກ່ຽວຂ້ອງກັບການກໍ່ສ້າງ
- ສາມາດນໍາໃຊ້ Microsoft Words, Excel, PowerPoint, Auto CAD, PDF, Survey ແລະ ໂປຣແກຣມ ອື່ນໆ ທີ່ກ່ຽວຂ້ອງ
- ສາມາດນໍາໃຊ້ພາສາອັງກິດຢູ່ພາກສະໜາມໄດ້
- ຕ້ອງມີທັກສະໃນການສື່ສານ ເພື່ອສື່ສານກັບຜູ້ຮັບເໝົາທັງຄົນພາຍໃນ ແລະ ຕ່າງຊາດ
- ມີປະສົບການການໃຊ້ເຄື່ອງມືດ້ານ Generators, Pumps ແລະ ດ້ານ IT ບາງດ້ານ
- ຕ້ອງມີສະຕິແກ້ໄຂບັນຫາ, ສາມາດສະເໜີວິທີແກ້ໄຂບັນຫາໄດ້ ແລະ ສາມາດເຮັດວຽກລ່ວງເວລາໄດ້
- ມີທັດສະນະຄະຕິທີ່ດີ ໃນການເຮັດວຽກ (ສາມາດອອກວຽກນອກຕ່າງແຂວງໄດ້, ຖ້າຈໍາເປັນ)
- ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນແລະ ສາມາດເຮັດວຽກເປັນທີມໄດ້
- ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ.
ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:
- ຕິດຕາມຕາຕະລາງໂຄງການ ແລະ ຄວາມຄືບໜ້າຂອງວຽກ
- ຄຸ້ມຄອງຜູ້ຮັບເໝົາ M&E ແລະ ຄຸນນະພາບຂອງວຽກໃນສະຖານທີ່ ທີ່ຕົນຮັບຜິດຊອບ
- ເຂົ້າຮ່ວມກອງປະຊຸມຕາມສະຖານທີ່ ແລະ ປະສານງານວຽກງານທີ່ກ່ຽວຂ້ອງກັບ M&E ກັບທີມງານໂຄງການ
- ອອກແບບວຽກງານ M&E ຕາມຄວາມຕ້ອງການ
- ສົ່ງຄໍາຮ້ອງຂໍຊື້ວັດສະດຸ M&E ທີ່ຈໍາເປັນ ເພື່ອຮັບປະກັນຄວາມຄືບໜ້າຂອງວຽກງານຕາມຕາຕະລາງໂຄງການ
- ກວດສອບຄຸນນະພາບ ແລະ ປະລິມານຂອງວັດສະດຸ M&E ທີ່ສົ່ງມາໃຫ້ກັບສະຖານທີ່ຕົວຈິງ.
- ສະໜັບສະໜູນທີມງານໂຄງການຢູ່ໃນພື້ນທີ່ບ່ອນເຮັດວຽກ ທີ່ມີຄວາມຕ້ອງການດ້ານໄຟຟ້າ ແລະ ກົນຈັກ
- ຄຸ້ມຄອງຄວາມປອດໄພຂອງສະຖານທີ່ກ່ຽວກັບການນຳໃຊ້ໄຟຟ້າ ແລະ ກົນຈັກ ໂດຍປະສານງານກັບພາກສ່ວນກ່ຽວຂ້ອງປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າສາຍງານ ແລະ ຜູ້ຈັດການໂຄງການ
ເອກະສານປະກອບສະໝັກ
- ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
- ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
- ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
- ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ບັດປະຈຳຕົວ: 01 ໃບ (ສຳເນົາ)
- ສຳມະໂນຄົວ: 01 ຊຸດ (ສຳເນົາ)
- ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ
ໝາຍເຫດ:
- ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
- ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
- ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:
ຕິດຕໍ່ສອບຖາມ:
- ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
- ໂທ: +856 21 360 999, +856 20 5540 8484, +856 20 5498 5560 (Tel & WhatsApp, ໜ່ວຍງານບຸກຄະລາກອນ)
- ອີເມວ: recruitment@vientianelogisticspark.com
- ເວັບໄຊ: https://vientianelogisticspark.com (ເວັບໄຊ້ບໍລິສັດ)
- Facebook: Vientiane Logistics Park (ເຟສ໌ບຸກບໍລິສັດ)
- Opening Hours: Monday-Friday 08:00 AM – 17:00 PM
Laos set to become regional logistics connector, offering ‘great opportunities’
As the Belt and Road Initiative (BRI) advances, investors
ສໍາເລັດງານ ມະຫາກໍາ ໂລຈິດສະຕິກ ລາວ ຄັ້ງປະຖົມມະລຶກ ຕິດພັນກອງປະຊຸມເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງອາຊຽນ
ງານມະຫະກໍາ ໂລຊິດສະຕິກ ລາວ ຄັ້ງປະຖົມມະລຶກ ໄດ້ຈັດຂຶ້ນລະຫວ່າງວັນທີ 10-11 ຕຸລາ 2024 ທີ່ດ່ານສາກົນສິນຄ້າ