V L P
This job has been expired
Vientiane Logistics Park

ວັດຖຸປະສົງ:

ວິສະວະກອນອອກແບບ ມີໜ້າທີ່ກວດສອບການອອກແບບທີ່ຄາດຄະເນໄວ້ວ່າ ແບບເປັນໄປຕາມຂໍ້ກຳນົດ ແລະ ໃຊ້ງານໄດ້ແທ້, ປອດໄພ ແລະ ປະຫຍັດ. ຄວບຄຸມການອອກແບບໂຄງການຕັ້ງແຕ່ຕົ້ນຈົນຈົບ ແລະ ເຮັດວຽກກັບຜູ້ຊ່ຽວຊານທາງດ້ານການກໍ່ສ້າງຈຳນວນຫຼາຍ, ລວມທັງວິຊາການສຳຫຼວດ ແລະ ວິສະວະກອນ.

ເງື່ອນໄຂ / Qualification:

  • ສັນຊາດລາວ ອາຍຸ 25-30 ປີ
  • ມີປະສົບການ ໃນການເຮັດວຽກ ຈັດຈ້າງ-ຈັດຊື້ ຢ່າງໜ້ອຍ 1-2 ປີ
  • ຈົບປະລິນຍາຕີ ສາຂາ ບໍລິຫານທຸລະກິດ ແລະ ການເງິນ-ການບັນຊີ ຫຼື ສາຂາວິຊາທີ່ກ່ຽວຂ້ອງ.
  • ມີຄວາມສາມາດນໍາໃຊ້ໂປຣແກຣມບັນຊີ APIS, Microsoft Office, Outlook, ແລະ ສາມາດນໍາໃຊ້ ຄອມພິວເຕີ້ເຂົ້າໃນວຽກງານຕ່າງໆໄດ້ດີ
  • ມີທັກສະໃນການເວົ້າ, ການຂຽນ ແລະ ການນໍາສະເໜີໄດ້ດີ
  • ມີທັກສະໃນການເວົ້າ, ການອ່ານ ແລະ ການຂຽນ ພາສາຕ່າງປະເທດ ໄດ້ດີ (ຈະພິຈາລະນາເປັນພິເສດ)
  • ມີທັກສະໃນການເຈລະຈາ ແລະ ຕໍ່ລອງ ໄດ້ເປັນຢ່າງດີ
  • ມີຄວາມສາມາດໃນການເຮັດວຽກ ຢ່າງມີປະສິດຕິພາບປະສິດຕິຜົນ ແລະ ສາມາດເຮັດວຽກເປັນທີມໄດ້

ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:

  • ຄຸ້ມຄອງສິນຄ້າຄົງຄັງ ແລະ ຮັກສາບັນທຶກການຊື້ ແລະ ລາຄາທີ່ເໝາະສົມ
  • ຮັກສາ ແລະ ອັບເດດຂໍ້ມູນຜູ້ໜອງ ເຊັ່ນ: ຄຸນສົມບັດ, ເວລາການຈັດສົ່ງ, ກຸ່ມຜະລິດຕະພັນ, ແລະ ອື່ນໆ
  • ຮັກສາສາຍພົວພັນກັບຜູ້ສະໜອງທີ່ດີ ແລະ ການເຈລະຈາສັນຍາ
  • ຄົ້ນຄວ້າ ແລະ ປະເມີນຜູ້ສະໜອງທີ່ມີສັກກາຍັກພາບທີ່ທາງພະແນກ ຫຼື ຫົວໜ້າສາຍງານ ຕັ້ງເປົ້າໝາຍໄວ້
  • ກະກຽມງົບປະມານ, ການວິເຄາະຄ່າໃຊ້ຈ່າຍ, ແລະ ເຮັດບົດລາຍງານ

ເອກະສານປະກອບສະໝັກ

  1. ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
  2. ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
  3. ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
  4. ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  5.  ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  6. ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  7. ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  8. ບັດປະຈຳຕົວ: 01 ໃບ (ສຳເນົາ)
  9. ສຳມະໂນຄົວ: 01 ຊຸດ (ສຳເນົາ)
  10. ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ

ໝາຍເຫດ:

  • ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
  • ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
  • ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:

ຕິດຕໍ່ສອບຖາມ:

  • ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
  • ໂທ: +856 21 360 999, + 856 20 5540 8484 (Tel & WhatsApp)
  • ອີເມວ: recruitment@vientianelogisticspark.com
  • ເວັບໄຊ: https://vientianelogisticspark.com
  • Facebook: Vientiane Logistics Park
  • Opening Hours:  Monday-Friday 08:00 AM – 17:00 PM

May 16, 2024

Lao dry port operator, Yunnan authorities hold talks to facilitate logistics

Operators of the Thanaleng Dry Port and Vientiane Logistics

March 29, 2024

Thanaleng Dry Port celebrates achievement on IFC financing

The developer and operator of the Thanaleng Dry Port,