ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ:
ວັດຖຸປະສົງ / Objectives:
- ຊ່ວຍປະສານງານ ຂັ້ນປົກຄອງທ້ອງຖິ່ນເປັນຕົ້ນແມ່ນ ບ້ານ ແລະ ບາງຫ້ອງການຂອງເມືອງ (ຄະນະກໍາມະການຈັດຕັ້ງປະຕິບັດວຽກໂຄງການ)
- ຮ່ວມຕິດຕາມ ແລະ ຊ່ວຍວຽກພາກສະໜາມ (ໜ່ວຍງານໄກ່ເກ່ຍຂອງບ້ານ ແລະ ຄະນະກໍາມະການໂຄງການ)
- ຊ່ວຍລົງວຽກພາກສະໜາມ (ເກັບກໍາຂໍ້ມູນຜູ້ໄດ້ຮັບຜົນກະທົບ, ຮ່ວມໄກ່ເກ່ຍ, ຊ່ວຍຂຶ້ນແຜນສະເໜີງົບທົດແທນ ຈົນຮອດຂັ້ນຕອນຈ່າຍເງິນທົດແທນ)
- ສະຫຼຸບລາຍງານໜ້າວຽກພາກສະໜາມທັງໝົດ ໃນແຕ່ລະເດືອນ
ເງື່ອນໄຂ / Qualification:
- ສັນຊາດລາວ ອາຍຸ 25-30 ປີ. ມີປະສົບການໃນການເຮັດວຽກ ບໍລິຫານຫ້ອງການ ຢ່າງໜ້ອຍ 1-2 ປີ ຫຼື ຈົບໃໝ່ (ຖ້າມີປະສົບການພົວພັນວຽກງານພາກລັດ ແລະ ວຽກງານທີ່ກ່ຽວຂ້ອງ ຈະພິຈາລະນາເປັນພິເສດ)
- ຈົບປະລິນຍາຕີ ຫຼື ຊັ້ນສູງ ໃນສາຂາວິຊາ: ບໍລິຫານທຸລະກິດ, ການເງິນ-ການບັນຊີ ຫຼື ສາຂາທີ່ກ່ຽວຂ້ອງກັບໜ້າວຽກ
- ມີຄວາມສາມາດນໍາໃຊ້ Microsoft Words, Excel, PowerPoint, AutoCAD ແລະ ໂປຣແກຣມອື່ນໆ ທີ່ກ່ຽວຂ້ອງກັບໜ້າວຽກ
- ມີທັກສະນະໃນການເຈລະຈາ ແລະ ຕໍ່ລອງ ໄດ້ດີ
- ມີທັກສະການເວົ້າ, ການຂຽນ, ແລະ ການນຳສະເໜີໄດ້ດີ
- ມີທັກສະໃນການຮັບມື ແລະ ແກ້ໄຂວຽກສະເພາະໜ້າໄດ້
- ສາມາດສື່ສານພາສາອັງກິດໄດ້ (ຈະພິຈາລະນາເປັນພິເສດ)
- ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນ ແລະ ສາມາດເຮັດວຽກເປັນທີມໄດ້
- ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ
ໜ້າທີ່ຮັບຜິດຊອບຫຼັກ / Key Responsibilities:
- ຮ່ວມປະສານວຽກກັບຫ້ອງການ ຂັ້ນປົກຄອງທ້ອງຖິ່ນ ທີ່ພົວພັນເຖິງໂຄງການ
- ຮ່ວມຊ່ວຍວາງແຜນ ແລະ ຈັດຕັ້ງປະຕິບັດວຽກພາກສະໜາມກັບຄະນະກໍາມະການຮ່ວມວຽກລົງເກັບກໍາຂໍ້ມູນ ເຊັ່ນ: ກະສິກໍາ, ຍທຂ, ດິນ ແລະ ຜົນກະທົບ ອື່ນໆ
- ຊ່ວຍວຽກເກັບກໍາບັນຫາ ແລະ ການຮ້ອງທຸກ, ການນໍາສະເໜີຕ່າງໆຂອງຜູ້ຖືກຜົນກະທົບ
- ລົງສະໜາມຕົວຈິງເຮັດວຽກໃກ້ຊິດກັບຜູ້ໄດ້ຮັບຜົນກະທົບ ແລະ ຕິດຕາມການຄິດໄລ່ປະເມີນມູນຄ່າທົດແທນ ຕາມນິຕິກໍາທີ່ໄດ້ຮັບຮອງຂອງສະພາ ນ.ວ (ຄະນະກໍາມະການຄິດໄລ່)
- ສ້າງໜັງສືສະເໜີທົດແທນໃຫ້ຜູ້ຖືກຜົນກະທົບ, ງົບພາກສະໜາມ ເພື່ອໃຫ້ຫົວໜ້າຫ້ອງການເຊັນ
- ປະຕິບັດວຽກງານອື່ນ ຕາມການຊີ້ນໍາ, ຕາມການມອບໝາຍ ແລະ ສາມາດເຮັດວຽກລ່ວງເວລາໄດ້
ໝາຍເຫດ: ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
- ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ. (ກະລຸນາແນບເບີໂທ ຫຼື ອີເມວລ໌ ຂອງທ່ານທີ່ສາມາດຕິດຕໍ່ໄດ້ມາພ້ອມ).
- ສົ່ງໃຫ້ ຫ້ອງການ-ໜ່ວຍງານຊັບພະຍາກອນມະນຸດ ຂອງບໍລິສັດ
- ທີ່ຕັ້ງບໍລິສັດ: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
- +856 21 360 999 (ເບີໂທຫ້ອງການ)
- + 856 20 5540 8484 & 020 5498 5560 (ໜ່ວຍງານບຸກຄະລາກອນ)
- recruitment@vientianelogisticspark.com (ອີເມວລ໌ບໍລິສັດ)
- https://vientianelogisticspark.com/ (ເວັບໄຊ້ບໍລິສັດ)
- Vientiane Logistics Park (ເຟສ໌ບຸກບໍລິສັດ)
- Opening Hours: Monday-Friday 08:00 AM – 05:00 PM
September 25, 2025
ປະກອບສ່ວນອຸປະຖຳ ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VI
ໃນວັນທີ 19 ກັນຍາ 2025 ທີ່ຜ່ານມາ, ກຸ່ມບໍລິສັດ ສິດທິໂລຈິສຕິກ ລາວ ຈຳກັດ,
June 19, 2025
ວຽງຈັນໂລຊິດສະຕິກ ພາກ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ
ວຽງຈັນໂລຊິດສະຕິດພາກ ບັນລຸຫຼາຍຂໍ້ຕົກລົງເປີດກວ້າງການຮ່ວມມື ໂດຍນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງ ທ່າບົກທ່ານາແລ້ງເປັນສູນກາງເຊື່ອມໂຍງພາກພື້ນ ແລະ ສາກົນດ້ານການຂົນສົ່ງ, ຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ


