ຈຸດປະສົງຂອງຕຳແໜ່ງ:
ຈຸດປະສົງ ຂອງຕໍາແໜ່ງນີ້ ແມ່ນເປັນຜູ້ຮັບຜິດຊອບສໍາລັບການທົບທວນຄືນແຜນການສໍາລັບ ລະບົບໄຟຟ້າ, ຄວາມຮ້ອນ, ເຄື່ອງປັບອາກາດ, ແລະ ການລະບາຍອາກາດຂອງອາຄານສໍາລັບການກໍ່ສ້າງ.
ໜ້າທີ່ຕົ້ນຕໍຈະປະກອບມີ: ການປະຕິບັດການທົບທວນແຜນລະຫັດອາຄານ ແລະ / ຫຼື ການກວດກາ (ກົນຈັກ, ໄຟຟ້າ) ກ່ຽວກັບອາຄານທີ່ຢູ່ອາໄສ, ການຄ້າ ແລະ ການຄຸ້ມຄອງໂຄງການທີ່ກ່ຽວຂ້ອງສະເພາະ. ການເດີນທາງບາງຢ່າງອາດຈະຕ້ອງການສໍາລັບການກວດກາ ແລະ / ຫຼື ການຄຸ້ມຄອງໂຄງການໃນຂອບເຂດທີ່ໄດ້ຮັບມອບໝາຍ.
ເງື່ອນໄຂ:
- ສັນຊາດລາວ ອາຍຸ 26-40 ປີ
- ມີປະສົບການຢ່າງໜ້ອຍ 2 ປີ ຂຶ້ນໄປ, ໃນສາຂາທີ່ກ່ຽວຂ້ອງ (ຖ້າມີປະສົບການ ໂຄງການກໍ່ສ້າງທາງການຄ້າ ຫຼື / ແລະ ມີປະສົບການໂຄງການພື້ນຖານໂຄງລ່າງ) ຈະພິຈາລະນາເປັນພິເສດ
- ຈົບປະລິນຍາຕີ ໃນສາຂາ ທີ່ກ່ຽວຂ້ອງກັບການກໍ່ສ້າງ
- ສາມາດນໍາໃຊ້ Microsoft Words, Excel, PowerPoint, AutoCAD, PDF, Survey ແລະ ໂປຣແກຣມ ອື່ນໆ ທີ່ກ່ຽວຂ້ອງ
- ສາມາດນໍາໃຊ້ພາສາອັງກິດຢູ່ພາກສະໜາມໄດ້
- ຕ້ອງມີທັກສະໃນການສື່ສານ ເພື່ອສື່ສານກັບຜູ້ຮັບເໝົາທັງຄົນພາຍໃນ ແລະ ຕ່າງຊາດ
- ມີປະສົບການການໃຊ້ເຄື່ອງມືດ້ານ Generators, Pumps ແລະ ດ້ານ IT ບາງດ້ານ
- ຕ້ອງມີສະຕິແກ້ໄຂບັນຫາ, ສາມາດສະເໜີວິທີແກ້ໄຂບັນຫາໄດ້ ແລະ ສາມາດເຮັດວຽກລ່ວງເວລາໄດ້
- ມີທັດສະນະຄະຕິທີ່ດີ ໃນການເຮັດວຽກ (ສາມາດອອກວຽກນອກຕ່າງແຂວງໄດ້, ຖ້າຈໍາເປັນ)
- ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນແລະ ສາມາດເຮັດວຽກເປັນທີມໄດ້
- ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ
ໜ້າທີ່ຮັບຜິດຊອບ:
- ຕິດຕາມຕາຕະລາງໂຄງການ ແລະ ຄວາມຄືບໜ້າຂອງວຽກ
- ຄຸ້ມຄອງຜູ້ຮັບເໝົາ M&E ແລະ ຄຸນນະພາບຂອງວຽກໃນສະຖານທີ່ ທີ່ຕົນຮັບຜິດຊອບ
- ເຂົ້າຮ່ວມກອງປະຊຸມຕາມສະຖານທີ່ ແລະ ປະສານງານວຽກງານທີ່ກ່ຽວຂ້ອງກັບ M&E ກັບທີມງານໂຄງການ
- ອອກແບບວຽກງານ M&E ຕາມຄວາມຕ້ອງການ
- ສົ່ງຄໍາຮ້ອງຂໍຊື້ວັດສະດຸ M&E ທີ່ຈໍາເປັນ ເພື່ອຮັບປະກັນຄວາມຄືບໜ້າຂອງວຽກງານຕາມຕາຕະລາງໂຄງການ
- ກວດສອບຄຸນນະພາບ ແລະ ປະລິມານຂອງວັດສະດຸ M&E ທີ່ສົ່ງມາໃຫ້ກັບສະຖານທີ່ຕົວຈິງ
- ສະໜັບສະໜູນທີມງານໂຄງການຢູ່ໃນພື້ນທີ່ບ່ອນເຮັດວຽກ ທີ່ມີຄວາມຕ້ອງການດ້ານໄຟຟ້າ ແລະ ກົນຈັກ
- ຄຸ້ມຄອງຄວາມປອດໄພຂອງສະຖານທີ່ກ່ຽວກັບການນຳໃຊ້ໄຟຟ້າ ແລະ ກົນຈັກ ໂດຍປະສານງານກັບພາກສ່ວນກ່ຽວຂ້ອງ
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າສາຍງານ ແລະ ຜູ້ຈັດການໂຄງການ
ໝາຍເຫດ: ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ.
- ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ. (ກະລຸນາແນບເບີໂທ ຫຼື ອີເມວລ໌ ຂອງທ່ານທີ່ສາມາດຕິດຕໍ່ໄດ້ມາພ້ອມ).
- ສົ່ງໃຫ້ ຫ້ອງການ-ໜ່ວຍງານຊັບພະຍາກອນມະນຸດ ຂອງບໍລິສັດ
- ທີ່ຕັ້ງບໍລິສັດ: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
- +856 21 360 999 (ເບີໂທຫ້ອງການ)
- + 856 20 5540 8484 & 020 5498 5560 (ໜ່ວຍງານບຸກຄະລາກອນ)
- recruitment@vientianelogisticspark.com (ອີເມວລ໌ບໍລິສັດ)
- https://vientianelogisticspark.com/ (ເວັບໄຊ້ບໍລິສັດ)
- Vientiane Logistics Park (ເຟສ໌ບຸກບໍລິສັດ)
- Opening Hours: Monday-Friday 08:00 AM – 05:00 PM
ປະກອບສ່ວນອຸປະຖຳ ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VI
ໃນວັນທີ 19 ກັນຍາ 2025 ທີ່ຜ່ານມາ, ກຸ່ມບໍລິສັດ ສິດທິໂລຈິສຕິກ ລາວ ຈຳກັດ,
ວຽງຈັນໂລຊິດສະຕິກ ພາກ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ
ວຽງຈັນໂລຊິດສະຕິດພາກ ບັນລຸຫຼາຍຂໍ້ຕົກລົງເປີດກວ້າງການຮ່ວມມື ໂດຍນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງ ທ່າບົກທ່ານາແລ້ງເປັນສູນກາງເຊື່ອມໂຍງພາກພື້ນ ແລະ ສາກົນດ້ານການຂົນສົ່ງ, ຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ


