This job has been expired
ວັດຖຸປະສົງ:
ວິສະວະກອນອອກແບບ ມີໜ້າທີ່ກວດສອບການອອກແບບທີ່ຄາດຄະເນໄວ້ວ່າ ແບບເປັນໄປຕາມຂໍ້ກຳນົດ ແລະ ໃຊ້ງານໄດ້ແທ້, ປອດໄພ ແລະ ປະຫຍັດ. ຄວບຄຸມການອອກແບບໂຄງການຕັ້ງແຕ່ຕົ້ນຈົນຈົບ ແລະ ເຮັດວຽກກັບຜູ້ຊ່ຽວຊານທາງດ້ານການກໍ່ສ້າງຈຳນວນຫຼາຍ, ລວມທັງວິຊາການສຳຫຼວດ ແລະ ວິສະວະກອນ.
ເງື່ອນໄຂ / Qualification:
- ສັນຊາດລາວ ອາຍຸ 25-30 ປີ. ມີປະສົບການດ້ານອອກແບບ ແລະ ແຕ້ມແບບ 3-5 ປີ
- ຈົບປະລິນຍາຕີດ້ານການອອກແບບ ແລະ ວິຊາທີ່ກ່ຽວຂ້ອງ
- ມີຫົວຄິດປະດິດສ້າງ ແລະ ແນວຄິດສ້າງສັນໃນການອອກແບບ
- ຮູ້ນຳໃຊ້ໂປຣແກມ AutoCAD, Sketchup, 3D Max, V-ray ໂປຣແກຣມທີ່ກ່ຽວຂ້ອງອື່ນໆ
- ສາມາດສື່ສານພາສາອັງກິດໄດ້ ຊັດເຈນ-ເຂົ້າໃຈງ່າຍ
- ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນ ແລະ ສາມາດເຮັດວຽກເປັນທີມໄດ້
- ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ
ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:
- ປະຊຸມກັບລູກຄ້າ ແລະ ເຂົ້າໃຈຄວາມຕ້ອງການຂອງລູກຄ້າ
- ປັບແບບ ແລະ ໂຄງສ້າງ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ
- ຄຸ້ມຄອງການອອກແບບໂຄງການໂດຍເລີ່ມຈາກແນວຄວາມຄິດ ຈົນເຖິງການອອກແບບສຳເລັດ
- ກະກຽມຮູບແຕ້ມ, ແຜນຜັງ, ຂໍ້ມູນສະເພາະ ແລະ ເອກະສານກໍ່ສ້າງທີ່ຈຳເປັນ
- ດຳເນີນການຄົ້ນຄວ້າ ແລະ ສັງລວມບົດລາຍງານຄວາມເປັນໄປໄດ້ ແລະ ຜົນກະທົບຕໍ່ສິ່ງເເວດລ້ອມ
- ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງ ຜູ້ຈັດການ ແລະ ຫົວໜ້າໜ່ວຍງານກໍ່ສ້າງໂຄງການ
ເອກະສານປະກອບສະໝັກ
- ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
- ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
- ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
- ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ບັດປະຈຳຕົວ: 01 ໃບ (ສຳເນົາ)
- ສຳມະໂນຄົວ: 01 ຊຸດ (ສຳເນົາ)
- ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ
ໝາຍເຫດ:
- ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
- ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
- ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:
ຕິດຕໍ່ສອບຖາມ:
- ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
- ໂທ: +856 21 360 999, + 856 20 5540 8484 (Tel & WhatsApp)
- ອີເມວ: recruitment@vientianelogisticspark.com
- ເວັບໄຊ: https://vientianelogisticspark.com
- Facebook: Vientiane Logistics Park
- Opening Hours: Monday-Friday 08:00 AM – 17:00 PM
September 2, 2024
Deputy PM visits Thanaleng Dry Port, Vientiane Logistics Park
Deputy Prime Minister and Minister of National Defence, General
July 30, 2024
ແຂ່ງຂັນກິລາມິດຕະພາບ
ວັນທີ 3 ກໍລະກົດ 2024 ທີ່ເດີນກິລາຢູ່ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳ ແຂ່ງຂັນກິລາມິດຕະພາບ ເພື່ອສະເຫຼີມ ສະຫຼອງ