ຈຸດປະສົງຂອງຕຳແໜ່ງ:
ວິສະວະກອນ ນໍ້າປະປາ (Plumbing Engineer) ມີໜ້າທີ່ຮັບຜິດຊອບ ການເຮັດວຽກໃນທຸກຂັ້ນຕອນຂອງວົງຈອນການກໍ່ສ້າງຂອງລະບົບນໍ້າປະປາ, ເລີ່ມຕັ້ງແຕ່ການພັດທະນາການອອກແບບຈົນສໍາເລັດການກໍ່ສ້າງ ແລະ ວາງແຜນສໍາລັບການບໍາລຸງຮັກສາ ແລະ ຄຸ້ມຄອງວຽກງານທີ່ກ່ຽວຂ້ອງ ໃຫ້ໄດ້ຕາມເປົ້າໝາຍ
ເງື່ອນໄຂ:
- ສັນຊາດລາວ ອາຍຸ 25-35 ປີ. ມີປະສົບການ 3-5 ປີ ໃນຕໍາແໜ່ງທີ່ໃກ້ຄຽງກັນ.
- ຈົບປະລິນຍາຕີ ໃນສາຂານ້ຳປະປາ ຫຼື ສາຂາທີ່ກ່ຽວຂ້ອງ.
- ສາມາດນໍາໃຊ້ Microsoft Words, Excel, PowerPoint, AutoCAD, PDF, Survey ແລະ ໂປຣແກຣມ ອື່ນໆ ທີ່ກ່ຽວຂ້ອງ.
- ສາມາດນໍາໃຊ້ພາສາອັງກິດຢູ່ພາກສະໜາມໄດ້.
- ມີຄວາມກະຕືລືລົ້ນ, ພະຍາຍາມສູງໃນການປະຕິບັດໜ້າທີ່ວຽກງານ, ສາມາດເຮັດວຽກໄດ້ຢ່າງອິດສະຫຼະ.
- ຕ້ອງມີທັກສະໃນການສື່ສານ ເພື່ອສື່ສານກັບຜູ້ຮັບເໝົາທັງຄົນພາຍໃນ ແລະ ຕ່າງຊາດ.
- ມີຄວາມຮູ້ທາງດ້ານລະບົບປະປາ ແລະ ຜະລິດຕະພັນ.
- ມີທັດສະນະຄະຕິທີ່ດີ ໃນການເຮັດວຽກ (ສາມາດອອກວຽກນອກຕ່າງແຂວງໄດ້, ຖ້າຈໍາເປັນ)
- ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນແລະ ສາມາດເຮັດວຽກເປັນທີມໄດ້.
- ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ.
ໜ້າທີ່ຮັບຜິດຊອບ:
- ຊີ້ນຳ ແລະ ປະສານງານການບໍລິການນ້ຳປະປາ ແລະ ເຮັດວຽກໃກ້ຊິດກັບພະນັກງານພະແນກອື່ນໆ ເພື່ອໃຫ້ກົງຕາມໄລຍະເວລາທີ່ໂຄງການກຳນົດ, ທົບທວນຄືນລາຍງານ ແລະ ວິທີການຕິດຕັ້ງຂອງຜູ້ຮັບເໝົາ.
- ດຳເນີນການ ແລະ ເຮັດທົດສອບວຽກນ້ຳປະປາໃນອາຄານກໍໍ່ສ້າງ ທີ່ມອບໝາຍໃຫ້ເຮັດ.
- ເບິ່ງແຍງວຽກງານພາກສະໜາມໃນແຕ່ລະມື້.
- ຄວບຄຸມເບິ່ງແຍງລະບົບນໍ້າປະປາຂອງໂຄງການ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງ.
- ຊ່ວຍບໍລິຫານຈັດການຂັ້ນຕອນການເຮັດວຽກ, ແບບແຕ້ມ, ວັດສະດຸ, ຕົວຢ່າງວັດສະດຸ ແລະ ຄວາມຄືບໜ້າວຽກຂອງຜູ້ຮັບເໝົາຍ່ອຍ.
- ຮັກສາບັນທຶກຂໍ້ມູນທີ່ຖືກຕ້ອງຂອງການອອກແບບທໍ່, ການດັດແປງ, ແລະ ການຕິດຕັ້ງໃຫ້ເປັນໄປຕາມກໍານົດເວລາ ແລະ ຢູ່ພາຍໃນງົບປະມານ.
- ກວດສອບວຽກປະຈໍາວັນ ແລະ ອະນຸມັດກັບຜູ້ຮັບເໝົາ.
- ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງ ຫົວໜ້າໜ່ວຍງານກໍ່ສ້າງໂຄງການ ແລະ ຜູ້ຈັດການໂຄງການ.
ເອກະສານປະກອບສະໝັກວຽກ:
- ຊີວະປະຫວັດຫຍໍ້ 1 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
- ໃບຢັ້ງຢືນການສຶກສາ + ໃບຄະແນນ 1 ຊຸດ (ສໍາເນົາ) ສີ ຫຼື ຂາວດໍາ
- ໃບຢັ້ງຢືນການຜ່ານງານ (ຖ້າມີ) 1 ໃບ (ສຳເນົາ)
- ໃບຢັ້ງຢືນທີ່ຢູ່ 1 ໃບ ຂອງແທ້ (ບໍ່ກາຍ 3 ເດືອນ) ເອົາຫຼັງຈາກຜ່ານສໍາພາດ
- ໃບຄໍ້າປະກັນເຂົ້າເຮັດວຽກ 1 ໃບ ຂອງແທ້ (ບໍ່ກາຍ 3 ເດືອນ) ເອົາຫຼັງຈາກຜ່ານສໍາພາດ
- ໃບແຈ້ງໂທດ 1 ໃບ ຂອງແທ້ (ບໍ່ກາຍ 3 ເດືອນ) ເອົາຫຼັງຈາກຜ່ານສໍາພາດ
- ໃບກວດສຸຂະພາບ 1 ໃບ ຂອງແທ້ (ບໍ່ກາຍ 3 ເດືອນ) ເອົາຫຼັງຈາກຜ່ານສໍາພາດ
- ບັດປະຈຳຕົວ 1 ໃບ (ສຳເນົາ)
- ສຳມະໂນຄົວ 1 ຊຸດ (ສຳເນົາ)
- ພາດສະປອດ 1 ຊຸດ (ສຳເນົາ) ຖ້າມີ
- ແລະ ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ
ໝາຍເຫດ: ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ.
- ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ. (ກະລຸນາແນບເບີໂທ ຫຼື ອີເມວລ໌ ຂອງທ່ານທີ່ສາມາດຕິດຕໍ່ໄດ້ມາພ້ອມ).
- ສົ່ງໃຫ້ ຫ້ອງການ-ໜ່ວຍງານຊັບພະຍາກອນມະນຸດ ຂອງບໍລິສັດ
- ທີ່ຕັ້ງບໍລິສັດ: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
- +856 21 360 999 (ເບີໂທຫ້ອງການ)
- + 856 20 5540 8484 & 020 5498 5560 (ໜ່ວຍງານບຸກຄະລາກອນ)
- recruitment@vientianelogisticspark.com (ອີເມວລ໌ບໍລິສັດ)
- https://vientianelogisticspark.com/ (ເວັບໄຊ້ບໍລິສັດ)
- Vientiane Logistics Park (ເຟສ໌ບຸກບໍລິສັດ)
- Opening Hours: Monday-Friday 08:00 AM – 05:00 PM
ເດືອນກັນຍາ 25, 2025
ປະກອບສ່ວນອຸປະຖຳ ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VI
ໃນວັນທີ 19 ກັນຍາ 2025 ທີ່ຜ່ານມາ, ກຸ່ມບໍລິສັດ ສິດທິໂລຈິສຕິກ ລາວ ຈຳກັດ,
ເດືອນມີນາ 19, 2025
ວຽງຈັນໂລຊິດສະຕິກ ພາກ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ
ວຽງຈັນໂລຊິດສະຕິດພາກ ບັນລຸຫຼາຍຂໍ້ຕົກລົງເປີດກວ້າງການຮ່ວມມື ໂດຍນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງ ທ່າບົກທ່ານາແລ້ງເປັນສູນກາງເຊື່ອມໂຍງພາກພື້ນ ແລະ ສາກົນດ້ານການຂົນສົ່ງ, ຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ


