This job has been expired
ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ:
ວັດຖຸປະສົງ:
ວິຊາການບໍລິຫານຫ້ອງການ ມີຄວາມຮັບຜິດຊອບໃນການຄຸ້ມຄອງດູແລ ແລະ ບໍລິຫານຫ້ອງການໃຫ້ເປັນລະບຽບຮຽບຮ້ອຍ. ຄວບຄຸມ, ຕິດຕາມ, ຂຶ້ນແຜນຄວາມຕ້ອງການ ແລະ ເບີກຈ່າຍເຄື່ອງໃຊ້ຫ້ອງການ ໃຫ້ແຕ່ລະພາກສ່ວນຕາມແຜນທີ່ໄດ້ຖືກຮັບຮອງອະນຸມັດ
ເງື່ອນໄຂ / Qualification:
- ສັນຊາດລາວ ອາຍຸ 25-30 ປີ
- ຮຽນຈົບປະລິນຍາຕີ ຫຼື ຊັ້ນສູງ ໃນສາຂາ ບໍລິຫານທຸລະກິດ ແລະ ການເງິນ-ການບັນຊີ ຫຼື ສາຂາວິຊາທີ່ກ່ຽວຂ້ອງ. ຖ້າມີປະສົບການ ໃນການເຮັດວຽກ ບໍລິຫານຫ້ອງການ (ຈະພິຈາລະນາເປັນພິເສດ)
- ມີຄວາມສາມາດນໍາໃຊ້ໂປຣແກຣມ Microsoft Office ແລະ ສາມາດນໍາໃຊ້ ຄອມພິວເຕີ້ເຂົ້າໃນວຽກງານທີ່ກ່ຽວຂ້ອງກັບໜ້າວຽກໄດ້
- ມີທັກສະໃນການເວົ້າ, ການຂຽນ ແລະ ການນໍາສະເໜີໄດ້ດີ
- ມີທັກສະໃນການເວົ້າ, ການອ່ານ ແລະ ການຂຽນ ພາສາຕ່າງປະເທດ ໄດ້ດີ (ຈະພິຈາລະນາເປັນພິເສດ)
- ມີທັດສະນະຄະຕິດີ ແລະ ມີແບບແຜນການບໍລິຫານຈັດການ ທີ່ດີ
- ສາມາດເຮັດວຽກລ່ວງເວລາໄດ້ (ຖ້າຈໍາເປັນ)
- ມີຄວາມສາມາດໃນການເຮັດວຽກ ຢ່າງມີປະສິດຕິພາບປະສິດຕິຜົນ ແລະ ສາມາດເຮັດວຽກເປັນທີມໄດ້
ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:
- ຊ່ວຍວຽກບໍລິຫານຫ້ອງການ
- ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຈົບງາມ ຂອງອາຄານສໍານັກງານຫ້ອງການ ແລະ ສະຖານທີ່ອ້ອມຮອບບໍລິສັດ.
- ກະກຽມສະຖານທີ່ ເພື່ອຮອງຮັບແຂກທັງພາຍໃນ ແລະ ພາຍນອກ, ກະກຽມບ່ອນນັ່ງໃຫ້ພະນັກງານທີ່ຮັບເຂົ້າໃໝ່ ຂອງແຕ່ລະພາກສ່ວນ.
- ຊ່ວຍວາງແຜນຄຸ້ມຄອງການຊົມໃຊ້ ເຊັ່ນ: ໄຟຟ້າ, ນໍ້າປະປາ ແລະ ເຄື່ອງໃຊ້ຫ້ອງການຕ່າງໆ ໃຫ້ເປັນລະບົບ, ລະບຽບ ແລະ ປະຫຍັດ.
- ຂຶ້ນແຜນ, ເບີກຈ່າຍ ແລະ ຄຸ້ມຄອງການຊົມໃຊ້ນໍ້າມັນລົດບໍລິຫານ ແລະ ລົດຂອງພະນັກງານ ຕາມລະບຽບພາຍໃນ ຂອງບໍລິສັດ.
- ຕິດຕາມ, ສະຫຼຸບສັງລວມ ແລະ ດຳເນີນການປະກອບເອກະສານ ລາຍຈ່າຍກ່ຽວກັບຄ່າໂທລະສັບຫ້ອງການ, ຄ່າອິນເຕີເນັດ, ຄ່າໄຟຟ້າ, ຄ່ານ້ຳປະປາ, ຄ່າເຊົ່າຫ້ອງການ, ຈັກໂຟໂຕກອບປີ ແລະ ຄ່າໃຊ້ຈ່າຍ ອື່ນໆ ທີ່ຢູ່ໃນຄວາມຮັບຜິດຊອບ.
- ແລະ ວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າສາຍງານ
ເອກະສານປະກອບສະໝັກ
- ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
- ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
- ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
- ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ບັດປະຈຳຕົວ: 01 ໃບ (ສຳເນົາ)
- ສຳມະໂນຄົວ: 01 ຊຸດ (ສຳເນົາ)
- ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ
ໝາຍເຫດ:
- ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
- ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
- ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:
ຕິດຕໍ່ສອບຖາມ:
- ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
- ໂທ: +856 21 360 999, +856 20 5540 8484, +856 20 5498 5560 (Tel & WhatsApp, ໜ່ວຍງານບຸກຄະລາກອນ)
- ອີເມວ: recruitment@vientianelogisticspark.com
- ເວັບໄຊ: https://vientianelogisticspark.com (ເວັບໄຊ້ບໍລິສັດ)
- Facebook: Vientiane Logistics Park (ເຟສ໌ບຸກບໍລິສັດ)
- Opening Hours: Monday-Friday 08:00 AM – 17:00 PM
ເດືອນມີນາ 19, 2025
ວຽງຈັນໂລຊິດສະຕິກ ພາກ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ
ວຽງຈັນໂລຊິດສະຕິດພາກ ບັນລຸຫຼາຍຂໍ້ຕົກລົງເປີດກວ້າງການຮ່ວມມື ໂດຍນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງ ທ່າບົກທ່ານາແລ້ງເປັນສູນກາງເຊື່ອມໂຍງພາກພື້ນ ແລະ ສາກົນດ້ານການຂົນສົ່ງ, ຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ
ເດືອນພຶດສະພາ 26, 2025
ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່
ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ