V L P
This job has been expired
Full-time
ວຽງຈັນ ໂລຊິດສະຕິກ ພາກ

ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ:

ວັດຖຸປະສົງ:

ວິສະວະກອນ ນໍ້າປະປາ  (Plumbing Engineer) ​ມີໜ້າທີ່ຮັບຜິດຊອບ ການເຮັດວຽກໃນທຸກຂັ້ນຕອນຂອງ      ວົງຈອນການກໍ່ສ້າງຂອງລະບົບນໍ້າປະປາ, ເລີ່ມຕັ້ງແຕ່ການພັດທະນາການອອກແບບຈົນສໍາເລັດການກໍ່ສ້າງ ແລະ ວາງແຜນສໍາລັບການບໍາລຸງຮັກສາ ແລະ ຄຸ້ມຄອງວຽກງານທີ່ກ່ຽວຂ້ອງ ໃຫ້ໄດ້ຕາມເປົ້າໝາຍ

ເງື່ອນໄຂ / Qualification:

  • ສັນຊາດລາວ ອາຍຸ 25-35 ປີ. ມີປະສົບການ 3-5 ປີ ໃນຕໍາແໜ່ງທີ່ໃກ້ຄຽງກັນ
  • ຈົບປະລິນຍາຕີ ໃນສາຂານ້ຳປະປາ ຫຼື ສາຂາທີ່ກ່ຽວຂ້ອງ
  • ສາມາດນໍາໃຊ້ Microsoft Words, Excel, PowerPoint, Auto CAD, PDF, Survey ແລະ ໂປຣແກຣມ ອື່ນໆ ທີ່ກ່ຽວຂ້ອງ
  • ສາມາດນໍາໃຊ້ພາສາອັງກິດຢູ່ພາກສະໜາມໄດ້
  • ມີຄວາມກະຕືລືລົ້ນ, ພະຍາຍາມສູງໃນການປະຕິບັດໜ້າທີ່ວຽກງານ, ສາມາດເຮັດວຽກໄດ້ຢ່າງອິດສະຫຼະ
  • ຕ້ອງມີທັກສະໃນການສື່ສານ ເພື່ອສື່ສານກັບຜູ້ຮັບເໝົາທັງຄົນພາຍໃນ ແລະ ຕ່າງຊາດ
  • ມີຄວາມຮູ້ທາງດ້ານລະບົບປະປາ ແລະ ຜະລິດຕະພັນ
  • ມີທັດສະນະຄະຕິທີ່ດີ ໃນການເຮັດວຽກ (ສາມາດອອກວຽກນອກຕ່າງແຂວງໄດ້, ຖ້າຈໍາເປັນ)
  • ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນແລະ ສາມາດເຮັດວຽກເປັນທີມໄດ້
  • ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ

ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:

  • ຊີ້ນຳ ແລະ ປະສານງານການບໍລິການນ້ຳປະປາ ແລະ ເຮັດວຽກໃກ້ຊິດກັບພະນັກງານພະແນກອື່ນໆ ເພື່ອໃຫ້ກົງຕາມໄລຍະເວລາທີ່ໂຄງການກຳນົດ, ທົບທວນຄືນລາຍງານ ແລະ ວິທີການຕິດຕັ້ງຂອງຜູ້ຮັບເໝົາ
  • ດຳເນີນການ ແລະ ເຮັດທົດ​ສອບ​ວຽກ​ນ້ຳປະປາໃນ​​ອາຄານກໍໍ່ສ້າງ ທີ່ມອບໝາຍໃຫ້ເຮັດ
  • ເບິ່ງແຍງວຽກງານພາກສະໜາມໃນແຕ່ລະມື້
  • ຄວບຄຸມເບິ່ງແຍງລະບົບນໍ້າປະປາຂອງໂຄງການ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງ
  • ຊ່ວຍບໍລິຫານຈັດການຂັ້ນຕອນການເຮັດວຽກ, ແບບແຕ້ມ, ວັດສະດຸ, ຕົວຢ່າງວັດສະດຸ ແລະ ຄວາມຄືບໜ້າວຽກຂອງຜູ້ຮັບເໝົາຍ່ອຍ
  • ຮັກສາບັນທຶກຂໍ້ມູນທີ່ຖືກຕ້ອງຂອງການອອກແບບທໍ່, ການດັດແປງ, ແລະ ການຕິດຕັ້ງໃຫ້ເປັນໄປຕາມກໍານົດເວລາ ແລະ ຢູ່ພາຍໃນງົບປະມານ
  • ກວດສອບວຽກປະຈໍາວັນ ແລະ ອະນຸມັດກັບຜູ້ຮັບເໝົາ
  • ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງ ຫົວໜ້າໜ່ວຍງານກໍ່ສ້າງໂຄງການ ແລະ ຜູ້ຈັດການໂຄງການ

ເອກະສານປະກອບສະໝັກ

  1. ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
  2. ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
  3. ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
  4. ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  5.  ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  6. ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  7. ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  8. ບັດປະຈຳຕົວ: 01 ໃບ (ສຳເນົາ)
  9. ສຳມະໂນຄົວ: 01 ຊຸດ (ສຳເນົາ)
  10. ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ

ໝາຍເຫດ:

  • ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
  • ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
  • ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:

ຕິດຕໍ່ສອບຖາມ:

  • ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
  • ໂທ: +856 21 360 999, +856 20 5540 8484, +856 20 5498 5560 (Tel & WhatsApp, ໜ່ວຍງານບຸກຄະລາກອນ)
  • ອີເມວ: recruitment@vientianelogisticspark.com
  • ເວັບໄຊ: https://vientianelogisticspark.com (ເວັບໄຊ້ບໍລິສັດ)
  • Facebook: Vientiane Logistics Park (ເຟສ໌ບຸກບໍລິສັດ)
  • Opening Hours:  Monday-Friday 08:00 AM – 17:00 PM

ເດືອນມີນາ 19, 2025

ວຽງຈັນໂລຊິດສະຕິກ ພາກ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ

ວຽງຈັນໂລຊິດສະຕິດພາກ ບັນລຸຫຼາຍຂໍ້ຕົກລົງເປີດກວ້າງການຮ່ວມມື ໂດຍນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງ ທ່າບົກທ່ານາແລ້ງເປັນສູນກາງເຊື່ອມໂຍງພາກພື້ນ ແລະ ສາກົນດ້ານການຂົນສົ່ງ, ຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ

ເດືອນພຶດສະພາ 26, 2025

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ