V L P
This job has been expired
Full-time
ວຽງຈັນ ໂລຊິດສະຕິກ ພາກ

ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ:

ວັດຖຸປະສົງ:

ຈຸດ​ປະ​ສົງ ຂອງຕໍາ​ແໜ່ງນີ້ ແມ່ນ​ເປັນ​ຜູ້​ຮັບ​ຜິດ​ຊອບ​ສໍາ​ລັບ​ການ​ທົບ​ທວນ​ຄືນ​ແຜນ​ການ​ສໍາ​ລັບ​ ລະບົບໄຟ​ຟ້າ​, ຄວາມ​ຮ້ອນ​, ເຄື່ອງ​ປັບ​ອາ​ກາດ​, ແລະ ​ການ​ລະບາຍ​ອາ​ກາດ​ຂອງ​ອາ​ຄານ​ສໍາ​ລັບ​ການ​ກໍ່​ສ້າງ​
ໜ້າທີ່ຕົ້ນຕໍຈະປະກອບມີ: ການປະຕິບັດການທົບທວນແຜນລະຫັດອາຄານ ແລະ / ຫຼື ການກວດກາ (ກົນຈັກ, ໄຟຟ້າ) ກ່ຽວກັບອາຄານທີ່ຢູ່ອາໄສ, ການຄ້າ ແລະ ການຄຸ້ມຄອງໂຄງການທີ່ກ່ຽວຂ້ອງສະເພາະ, ການເດີນທາງບາງຢ່າງອາດຈະຕ້ອງການສໍາລັບການກວດກາ ແລະ / ຫຼື ການຄຸ້ມຄອງໂຄງການໃນຂອບເຂດທີ່ໄດ້ຮັບມອບໝາຍ

ເງື່ອນໄຂ / Qualification:

  • ສັນຊາດລາວ ອາຍຸ 26-40 ປີ
  • ມີປະສົບການຢ່າງໜ້ອຍ 2 ປີ ຂຶ້ນໄປ, ໃນສາຂາທີ່ກ່ຽວຂ້ອງ (ຖ້າມີປະສົບການ ໂຄງການກໍ່ສ້າງທາງການຄ້າ ຫຼື / ແລະ ມີປະສົບການໂຄງການພື້ນຖານໂຄງລ່າງ) ຈະພິຈາລະນາເປັນພິເສດ
  • ຈົບປະລິນຍາຕີ ໃນສາຂາ ທີ່ກ່ຽວຂ້ອງກັບການກໍ່ສ້າງ
  • ສາມາດນໍາໃຊ້ Microsoft Words, Excel, PowerPoint, Auto CAD, PDF, Survey ແລະ ໂປຣແກຣມ ອື່ນໆ ທີ່ກ່ຽວຂ້ອງ
  • ສາມາດນໍາໃຊ້ພາສາອັງກິດຢູ່ພາກສະໜາມໄດ້
  • ຕ້ອງມີທັກສະໃນການສື່ສານ ເພື່ອສື່ສານກັບຜູ້ຮັບເໝົາທັງຄົນພາຍໃນ ແລະ ຕ່າງຊາດ
  • ມີປະສົບການການໃຊ້ເຄື່ອງມືດ້ານ Generators, Pumps ແລະ ດ້ານ IT ບາງດ້ານ
  • ຕ້ອງມີສະຕິແກ້ໄຂບັນຫາ, ສາມາດສະເໜີວິທີແກ້ໄຂບັນຫາໄດ້ ແລະ ສາມາດເຮັດວຽກລ່ວງເວລາໄດ້
  • ມີທັດສະນະຄະຕິທີ່ດີ ໃນການເຮັດວຽກ (ສາມາດອອກວຽກນອກຕ່າງແຂວງໄດ້, ຖ້າຈໍາເປັນ)
  • ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນແລະ ສາມາດເຮັດວຽກເປັນທີມໄດ້
  • ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ.

ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:

  • ຕິດຕາມຕາຕະລາງໂຄງການ ແລະ ຄວາມຄືບໜ້າຂອງວຽກ
  • ຄຸ້ມຄອງຜູ້ຮັບເໝົາ M&E ແລະ ຄຸນນະພາບຂອງວຽກໃນສະຖານທີ່ ທີ່ຕົນຮັບຜິດຊອບ
  • ເຂົ້າຮ່ວມກອງປະຊຸມຕາມສະຖານທີ່ ແລະ ປະສານງານວຽກງານທີ່ກ່ຽວຂ້ອງກັບ M&E ກັບທີມງານໂຄງການ
  • ອອກແບບວຽກງານ M&E ຕາມຄວາມຕ້ອງການ
  • ສົ່ງຄໍາຮ້ອງຂໍຊື້ວັດສະດຸ M&E ທີ່ຈໍາເປັນ ເພື່ອຮັບປະກັນຄວາມຄືບໜ້າຂອງວຽກງານຕາມຕາຕະລາງໂຄງການ
  • ກວດສອບຄຸນນະພາບ ແລະ ປະລິມານຂອງວັດສະດຸ M&E ທີ່ສົ່ງມາໃຫ້ກັບສະຖານທີ່ຕົວຈິງ.
  • ສະໜັບສະໜູນທີມງານໂຄງການຢູ່ໃນພື້ນທີ່ບ່ອນເຮັດວຽກ ທີ່ມີຄວາມຕ້ອງການດ້ານໄຟຟ້າ ແລະ ກົນຈັກ
  • ຄຸ້ມຄອງຄວາມປອດໄພຂອງສະຖານທີ່ກ່ຽວກັບການນຳໃຊ້ໄຟຟ້າ ແລະ ກົນຈັກ ໂດຍປະສານງານກັບພາກສ່ວນກ່ຽວຂ້ອງປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າສາຍງານ ແລະ ຜູ້ຈັດການໂຄງການ

ເອກະສານປະກອບສະໝັກ

  1. ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
  2. ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
  3. ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
  4. ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  5.  ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  6. ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  7. ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  8. ບັດປະຈຳຕົວ: 01 ໃບ (ສຳເນົາ)
  9. ສຳມະໂນຄົວ: 01 ຊຸດ (ສຳເນົາ)
  10. ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ

ໝາຍເຫດ:

  • ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
  • ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
  • ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:

ຕິດຕໍ່ສອບຖາມ:

  • ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
  • ໂທ: +856 21 360 999, +856 20 5540 8484, +856 20 5498 5560 (Tel & WhatsApp, ໜ່ວຍງານບຸກຄະລາກອນ)
  • ອີເມວ: recruitment@vientianelogisticspark.com
  • ເວັບໄຊ: https://vientianelogisticspark.com (ເວັບໄຊ້ບໍລິສັດ)
  • Facebook: Vientiane Logistics Park (ເຟສ໌ບຸກບໍລິສັດ)
  • Opening Hours:  Monday-Friday 08:00 AM – 17:00 PM

ເດືອນມີນາ 19, 2025

ວຽງຈັນໂລຊິດສະຕິກ ພາກ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ

ວຽງຈັນໂລຊິດສະຕິດພາກ ບັນລຸຫຼາຍຂໍ້ຕົກລົງເປີດກວ້າງການຮ່ວມມື ໂດຍນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງ ທ່າບົກທ່ານາແລ້ງເປັນສູນກາງເຊື່ອມໂຍງພາກພື້ນ ແລະ ສາກົນດ້ານການຂົນສົ່ງ, ຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ

ເດືອນພຶດສະພາ 26, 2025

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ