This job has been expired
ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ:
ວັດຖຸປະສົງ:
ພະນັກງານຊ່ວຍວຽກບໍລິຫານຫ້ອງການປະສານງານ ມີຄວາມຮັບຜິດຊອບໃນການຈັດເກັບເອກະສານ ແລະ ຊ່ວຍໃນການປະສານງານທົ່ວໄປ ເພື່ອໃຫ້ວຽກພາກສະໜາມໄວຂຶ້ນໃຫ້ທັນເວລາກັບໜ້າວຽກພາກສະໜາມ, ພ້ອມທັງຊ່ວຍໃຫ້ທີມງານພາກສະໜາມ ໃຫ້ມີປະສິດຕິພາບເພີ່ມຂຶ້ນ
ເງື່ອນໄຂ / Qualification:
- ສັນຊາດລາວ ອາຍຸ 25-30 ປີ.
- ມີປະສົບການ ໃນການເຮັດວຽກ ບໍລິຫານຫ້ອງການ ຢ່າງໜ້ອຍ 1-2 ປີ.
- ຮຽນຈົບປະລິນຍາຕີ ຫຼື ຊັ້ນສູງ ໃນສາຂາ ບໍລິຫານທຸລະກິດ ແລະ ການເງິນ-ການບັນຊີ ຫຼື ສາຂາວິຊາທີ່ກ່ຽວຂ້ອງ. (ຍິນດີຕ້ອນຮັບນັກສຶກສາຈົບໃໝ່)
- ມີຄວາມສາມາດນໍາໃຊ້ໂປຣແກຣມ Microsoft Office ແລະ ສາມາດນໍາໃຊ້ ຄອມພິວເຕີ້ເຂົ້າໃນວຽກງານທີ່ກ່ຽວຂ້ອງກັບໜ້າວຽກໄດ້.
- ມີທັກສະໃນການເວົ້າ, ການຂຽນ ແລະ ການນໍາສະເໜີໄດ້ດີ.
- ມີທັກສະໃນການເວົ້າ, ການອ່ານ ແລະ ການຂຽນ ພາສາຕ່າງປະເທດ ໄດ້ດີ (ຈະພິຈາລະນາເປັນພິເສດ).
- ມີທັກສະໃນການເຈລະຈາ ແລະ ຕໍ່ລອງ ໄດ້ເປັນຢ່າງດີ.
- ສາມາດເຮັດວຽກລ່ວງເວລາໄດ້ (ຖ້າຈໍາເປັນ).
- ມີຄວາມສາມາດໃນການເຮັດວຽກ ຢ່າງມີປະສິດຕິພາບປະສິດຕິຜົນ ແລະ ສາມາດເຮັດວຽກເປັນທີມໄດ້.
ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:
- ຊ່ວຍວຽກບໍລິຫານຫ້ອງການ
- ຊ່ວຍວຽກປະສານງານຂໍອະນຸມັດເງິນທົດແທນ ແລະ ເງິນໃຊ້ຈ່າຍຢູ່ຫ້ອງການພາກສະໜາມ
- ຊ່ວຍວຽກຄະນະກໍາມະການ
ແລະ ວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າສາຍງານ
ເອກະສານປະກອບສະໝັກ
- ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
- ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
- ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
- ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ບັດປະຈຳຕົວ: 01 ໃບ (ສຳເນົາ)
- ສຳມະໂນຄົວ: 01 ຊຸດ (ສຳເນົາ)
- ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ
ໝາຍເຫດ:
- ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
- ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
- ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:
ຕິດຕໍ່ສອບຖາມ:
- ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
- ໂທ: +856 21 360 999, + 856 20 5540 8484 (Tel & WhatsApp)
- ອີເມວ: recruitment@vientianelogisticspark.com
- ເວັບໄຊ: https://vientianelogisticspark.com
- Facebook: Vientiane Logistics Park
- Opening Hours: Monday-Friday 08:00 AM – 17:00 PM
ເດືອນມີນາ 28, 2025
ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ
ເພື່ອຍົກລະດັບການຂົນສົ່ງ ຂອງ ສປປ ລາວ ຮອງຮັບການນໍາເຂົ້າ-ສົ່ງອອກ, ສົ່ງອອກຕໍ່ ແລະ ຜ່ານແດນ ສິນ
ເດືອນຕຸລາ 30, 2024
Laos set to become regional logistics connector, offering ‘great opportunities’
As the Belt and Road Initiative (BRI) advances, investors