This job has been expired
ວັດຖຸປະສົງ:
ລວບລວມເອກະສານ, ກວດສອບຄວາມຖືກຕ້ອງຂອງເອກະສານໃຫ້ຄົບຖ້ວນ, ເນື້ອໃນທາງການເງິນ ກ່ອນການບັນທຶກບັນຊີ ປະຈໍາວັນ, ປະຈໍາເດືອນ ກ່ຽວກັບໜີ້ສິນ, ຊັບສິນ, ລາຍຈ່າຍ, ລູກໜີ້ຄ້າງຊໍາລະ; ຊ່ວຍສະຫຼຸບງົບປະຈໍາເດືອນ ກ່ຽວກັບ ງົບກໍາໄລ-ຂາດທຶນ ແລະ ຕ້ອງມີຄວາມຖືກຕ້ອງຂອງຂໍ້ມູນກ່ອນລາຍງານໃຫ້ຜູ້ບໍລິຫານ. ນອກຈາກນັ້ນ, ເພື່ອຮັບປະກັນໃຫ້ໄດ້ປະຕິບັດຕາມນະໂຍບາຍ ແລະ ມາດຕະຖານບັນຊີຂອງບໍລິສັດຢ່າງເຂັ້ມງວດ.
ເງື່ອນໄຂ / Qualification:
- ສັນຊາດລາວ ອາຍຸ 25-30 ປີ
- ຈົບປະລິນຍາຕີ ສາຂາ ການເງິນ-ການບັນຊີ ຫຼື ສາຂາວິຊາທີ່ກ່ຽວຂ້ອງ
- ນັກສຶກສາຈົບໃໝ່ສາມາດສະໝັກໄດ້, ຖ້າມີປະສົບການເຮັດວຽກດ້ານ ບັນຊີ-ການເງິນ ມາກ່ອນ 2 ປີ (ຈະພິຈາລະນາເປັນພິເສດ)
- ມີຄວາມສາມາດນໍາໃຊ້ໂປຣແກຣມບັນຊີ APIS, Microsoft Office, Outlook ແລະ ສາມາດນໍາໃຊ້ ຄອມພິວເຕີ້ເຂົ້າໃນວຽກງານຕ່າງໆໄດ້ດີ
- ມີທັກສະໃນການເວົ້າ, ການອ່ານ ແລະ ການຂຽນ ພາສາຕ່າງປະເທດ ໄດ້ດີ (ຈະພິຈາລະນາເປັນພິເສດ)
- ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນ ແລະ ສາມາດເຮັດວຽກເປັນທີມໄດ້
- ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ
ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:
- ກວດກາເອກະສານ ແລະ ລົງບັນຊີລາຍຈ່າຍ ຕ່າງໆທີ່ເກີດຂຶ້ນໃນບໍລິສັດປະຈຳວັນ
- ບັນທຶກ ແລະ ປຽບທຽບຍອດບັນຊີໜີ້ຕ້ອງສົ່ງຕິດຕາມ, ສະຕ໋ອກເຄື່ອງໃຊ້ຫ້ອງການ, ນໍ້າມັນ ເພື່ອເອົາມາລົງບັນຊີ
- ກະກຽມເອກະສານຂໍລາຍຈ່າຍການເງິນ
- ກວດລະບົບຍອດທຸລະກຳບັນຊີທະນາຄານ (Bank Reconciliation) ແລະ ເງິນສົດ
- ລົງບັນຊີຊັບສິນປະຈຳເດືອນ (Fixed Assets)
- ສະຫຼຸບວຽກປະຈຳເດືອນ, ຊ່ວຍສ້າງບົດລາຍງານປະຈຳເດືອນ ໃຫ້ຜູ້ບໍລິຫານ
- ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງ ຜູ້ຈັດການ ແລະ ຫົວໜ້າໜ່ວຍງານກໍ່ສ້າງໂຄງການ
ເອກະສານປະກອບສະໝັກ
- ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
- ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
- ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
- ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ບັດປະຈຳຕົວ: 01 ໃບ (ສຳເນົາ)
- ສຳມະໂນຄົວ: 01 ຊຸດ (ສຳເນົາ)
- ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ
ໝາຍເຫດ:
- ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
- ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
- ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:
ຕິດຕໍ່ສອບຖາມ:
- ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
- ໂທ: +856 21 360 999, + 856 20 5540 8484 (Tel & WhatsApp)
- ອີເມວ: recruitment@vientianelogisticspark.com
- ເວັບໄຊ: https://vientianelogisticspark.com
- Facebook: Vientiane Logistics Park
- Opening Hours: Monday-Friday 08:00 AM – 17:00 PM
ເດືອນກັນຍາ 2, 2024
Deputy PM visits Thanaleng Dry Port, Vientiane Logistics Park
Deputy Prime Minister and Minister of National Defence, General
ເດືອນກໍລະກົດ 30, 2024
ແຂ່ງຂັນກິລາມິດຕະພາບ
ວັນທີ 3 ກໍລະກົດ 2024 ທີ່ເດີນກິລາຢູ່ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳ ແຂ່ງຂັນກິລາມິດຕະພາບ ເພື່ອສະເຫຼີມ ສະຫຼອງ