This job has been expired
ວັດຖຸປະສົງ:
ລວບລວມເອກະສານ, ກວດສອບຄວາມຖືກຕ້ອງຂອງເອກະສານໃຫ້ຄົບຖ້ວນ, ເນື້ອໃນທາງການເງິນ ກ່ອນການບັນທຶກບັນຊີ ປະຈໍາວັນ, ປະຈໍາເດືອນ ກ່ຽວກັບໜີ້ສິນ, ຊັບສິນ, ລາຍຈ່າຍ, ລູກໜີ້ຄ້າງຊໍາລະ; ຊ່ວຍສະຫຼຸບງົບປະຈໍາເດືອນ ກ່ຽວກັບ ງົບກໍາໄລ-ຂາດທຶນ ແລະ ຕ້ອງມີຄວາມຖືກຕ້ອງຂອງຂໍ້ມູນກ່ອນລາຍງານໃຫ້ຜູ້ບໍລິຫານ. ນອກຈາກນັ້ນ, ເພື່ອຮັບປະກັນໃຫ້ໄດ້ປະຕິບັດຕາມນະໂຍບາຍ ແລະ ມາດຕະຖານບັນຊີຂອງບໍລິສັດຢ່າງເຂັ້ມງວດ.
ເງື່ອນໄຂ / Qualification:
- ສັນຊາດລາວ ອາຍຸ 25-30 ປີ. ມີປະສົບການໃນການເຮັດວຽກ 3-5 ປີ ຂຶ້ນໄປ.
- ຈົບປະລິນຍາຕີ ສາຂາ ການບັນຊີ – ການເງິນ ຫຼື ວິຊາສະເພາະທີ່ກ່ຽວຂ້ອງ.
- ມີຄວາມສາມາດນຳໃຊ້ໂປຼແກຣມບັນຊີ APIS, Microsoft ລວມທັງ Word, Excel, ແລະ Outlook, ສາມາດນຳໃຊ້ຄອມພິວເຕີເຂົ້າໃນວຽກງານຕ່າງໆໄດ້ດີ.
- ມີທັກສະການເວົ້າ, ການຂຽນ, ແລະ ການນຳສະເໜີໄດ້ດີ.
- ສາມາດສື່ສານພາສາອັງກິດໄດ້ ຊັດເຈນ-ເຂົ້າໃຈງ່າຍ ໃນລະດັບດີ.
- ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນ ແລະ ສາມາດເຮັດວຽກເປັນທີມໄດ້.
- ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ.
ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:
- ກວດສອບຄວາມຖືກຕ້ອງຄົບຖ້ວນຂອງເອກະສານ ແລະ ເນື້ອໃນທາງການເງິນ ກ່ອນການບັນທຶກ ບັນຊີລາຍຮັບລາຍຈ່າຍ, ຊັບສິນ, ລູກໜີ້ຄ້າງຊໍາລະໃນລະບົບໂປຣແກຣມ ແລະ ກວດສະຫຼຸບບົດລາຍງານຕ່າງໆ ປະຈໍາວັນ, ປະຈໍາເດືອນ ແລະ ປະຈໍາປີ.
- ສະຫຼຸບງົບປະຈໍາເດືອນກ່ຽວກັບ ງົບກໍາໄລ-ງົບຂາດທຶນ ຕ້ອງມີຄວາມຖືກຕ້ອງຂອງຂໍ້ມູນກ່ອນລາຍງານໃຫ້ຜູ້ບໍລິຫານ.
- ຊ່ວຍໃນການເເນະນໍາ ແລະ ວາງແຜນຍຸດທະສາດທາງດ້ານ ບັນຊີ-ການເງິນ ຂອງອົງກອນ.
- ບໍລິຫານຈັດການວຽກງານບໍລິຫານບັນຊີ ຂອງບໍລິສັດໃຫ້ມີປະສິດທິພາບ, ໄດ້ມາດຕະຖານ ແລະ ເປັນລະບົບ.
- ປະສານສົມທົບກັບຝ່າຍທີ່ກ່ຽວຂ້ອງຄິດໄລ່່ງົບປະມານປະຈໍາເດືອນ, ໄຕມາດ ແລະ ປະຈໍາປີ ຂອງບໍລິສັດ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຜູ້ຈັດການ ແລະ ສາມາດເຮັດວຽກລ່ວງເວລາໄດ້.
ເອກະສານປະກອບສະໝັກ
- ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
- ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
- ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
- ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ບັດປະຈຳຕົວ: 01 ໃບ (ສຳເນົາ)
- ສຳມະໂນຄົວ: 01 ຊຸດ (ສຳເນົາ)
- ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ
ໝາຍເຫດ:
- ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
- ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
- ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:
ຕິດຕໍ່ສອບຖາມ:
- ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
- ໂທ: +856 21 360 999, + 856 20 5540 8484 (Tel & WhatsApp)
- ອີເມວ: recruitment@vientianelogisticspark.com
- ເວັບໄຊ: https://vientianelogisticspark.com
- Facebook: Vientiane Logistics Park
- Opening Hours: Monday-Friday 08:00 AM – 17:00 PM
ເດືອນກັນຍາ 2, 2024
Deputy PM visits Thanaleng Dry Port, Vientiane Logistics Park
Deputy Prime Minister and Minister of National Defence, General
ເດືອນກໍລະກົດ 30, 2024
ແຂ່ງຂັນກິລາມິດຕະພາບ
ວັນທີ 3 ກໍລະກົດ 2024 ທີ່ເດີນກິລາຢູ່ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳ ແຂ່ງຂັນກິລາມິດຕະພາບ ເພື່ອສະເຫຼີມ ສະຫຼອງ