V L P

ວຽງຈັນໂລຊິດສະຕິດພາກ ບັນລຸຫຼາຍຂໍ້ຕົກລົງເປີດກວ້າງການຮ່ວມມື ໂດຍນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງ ທ່າບົກທ່ານາແລ້ງເປັນສູນກາງເຊື່ອມໂຍງພາກພື້ນ ແລະ ສາກົນດ້ານການຂົນສົ່ງ, ຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ ການບໍລິການທາງດ້ານແຫຼ່ງທຶນແບບປະສົມປະສານ-ພັດທະນາການຄ້າຂ້າມແດນໃນພາກພື້ນ

ລະຫວ່າງວັນທີ 19-24 ມິຖຸນາ 2025 ນີ້ ບໍລິສັດ ວຽງຈັນໂລຊິດສະຕິດພາກ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ (China-South Asia Expo) ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ ນໍາພາຄະນະໃນການເດີນທາງໂດຍແມ່ນທ່ານ ວຽງຄອນ ສິດທິໄຊ ຮອງປະທານບໍລິສັດ ທ່າບົກ ທ່ານາແລ້ງ ຈໍາກັດຜູ້ດຽວ

ງານດັ່ງກ່າວຈັດຂຶ້ນພາຍໃຕ້ຈຸດປະສົງ ເພື່ອເປັນການເຊື່ອມໂຍງ ແລະ ພັດທະນາຜັນຂະຫຍາຍໂຄງການໜຶ່ງແລວ  ໜຶ່ງເສັ້ນທາງ ເຊື່ອມໂຍງຈີນສູ່ບັນດາປະເທດອາຊີ ແລະ ຍົກສູງຜັນຂະຫຍາຍດ້ານການຮ່ວມມືກັບບັນດາປະເທດທີ່ເຂົ້າຮ່ວມໂຄງການໜຶ່ງແລວໜຶ່ງເສັ້ນທາງ

ໃນໄລຍະເປີດງານ ພະນະທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຮອງລັດຖະມົນຕີ, ຄະນະກົມ ຈາກກະຊວງທີ່ກ່ຽວຂ້ອງ ແລະ ຄະນະນຳຂອງປະເທດອາຊີຕາເວັນອອກສຽງໃຕ້ໄດ້ເຂົ້າຢ້ຽມຊົມຫ້ອງວາງສະແດງ ໂດຍມີ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການ ທ່າບົກ ທ່ານາແລ້ງ ໄດ້ນໍາສະເໜີຄວາມສຳຄັນຂອງໂຄງການວຽງຈັນ ໂລຊິດສະຕິກພາກ ແລະ ໂຄງການທ່າບົກທ່ານາແລ້ງ ເຊິ່ງເປັນໂຄງການຍຸດຖະສາດຕາມວິໃສທັດຂອງລັດຖະບານລາວ ໃນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ການເປັນສູນກາງການເຊື່ອມໂຍງເຊື່ອມຈອດທາງບົກຂອງພາກພື້ນ ແລະ ສາກົນ ແລະ ໄດ້ລາຍງານຫຍໍ້ ກ່ຽວກັບການຜັນຂະຫຍາຍໂຄງຂ່າຍການເຊື່ອມໂຍງເຊື່ອມຈອດທາງລາງ  ຕະຫລອດເຖິງການຮ່ວມມືໃນການຜັກດັນການຄ້າ-ການຂົນສົ່ງຂ້າມແດນລະຫວ່າງ ສປປ ລາວ ກໍຄື ທ່າບົກທ່ານາແລ້ງ ແລະ ສປ ຈີນ, ທ່າບົກສາກົນ ອານໜິງ ແລະ ບໍລິສັດ ຜູ້ຜະລິດ ແລະ ສົ່ງອອກ ອັນດັບ 3 ຂອງ ຍານພະຫະນະ ແຂວງຢູນນານ ສປ ຈີນ

ໃນໂອກາດດຽວກັນ ກໍໄດ້ມີການເຊັນສັນຍາຮ່ວມມື ລະຫວ່າງ ບໍລິສັດ ທ່າບົກ ທ່ານາແລ້ງ ຈຳກັດຜູ້ດຽວ ແລະ ກຸ່ມບໍລິສັດ ທ່າບົກອ່ານໜິງ ຮູ້ນສ່ວນສາກົນ ຈຳກັດ. ຈຸດປະສົງ ການຮ່ວມມືດັ່ງກ່າວ ບໍ່ຈໍາກັດພຽງແຕ່ການຮ່ວມມືທ່າບົກກັບທ່າບົກ ແລະ ເຂດກັບເຂດ ແຕ່ເພື່ອນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງທ່າບົກທ່ານາແລ້ງ ເປັນຈຸດສຸມການເຊື່ອມຕໍ່ອາຊີດ້ານການຂົນສົ່ງ, ການຝາກສາງ, ການແລກປ່ຽນຂໍ້ມູນ, ການນຳໃຊ້ເອກະສານຮ່ວມກັນ. ພ້ອມກັນນັ້ນ ທ່າບົກອ່ານໜິງ ຍັງເປັນຈຸດຕັດກັນຂອງເສັ້ນທາງລົດໄຟ ລາວ-ຈີນ, ຈີນ-ຫວຽດ ແລະ ຈີນ-ມຽນມາ 3 ເສັ້ນທາງ. ຈຸດພິເສດດັ່ງກ່າວເຮັດໃຫ້ເປັນຈຸດສຸມຂອງການຂົນສົ່ງລະດັບຊາດຂອງຈີນ ເຊິ່ງຊ່ວຍໃຫ້ທ່າບົກທ່ານາແລ້ງ ຂະຫຍາຍການບໍລິການໄດ້ຫຼາຍດ້ານ.

ນອກຈາກເຊັນສັນຍາກັບ ທ່າບົກ ອ່ານໜິງແລ້ວ, ບໍລິສັດ ທ່າບົກ ທ່ານາແລ້ງ ຈຳກັດຜູ້ດຽວ ກໍໄດ້ເຊັນສັນຍາ ກັບ ບໍລິສັດ Lao financial Holding Sole.,LTD ແລະ ບໍລິສັດ China Intelligent Electric Vehicles Co., Ltd &Yunnan Maimiao Automobile Service Co., Ltd ຈຸດປະສົງຂອງການເຊັນສັນຍາແມ່ນ ສະໜັບສະໜູນ ສົ່ງເສິມເຊິ່ງກັນ ແລະ ກັນ, ບັນລຸການຮ່ວມມືໃນແບບຕ່າງຝ່າຍຕ່າງໄດ້ຮັບຜົນສຳເລັດ, ທັງສາມຝ່າຍມີເຈດຕະນານຳໃຊ້ລະບົບສາງພາງຂອງທ່າບົກທ່ານາແລ້ງ ຂອງ ສປປ ລາວ ເປັນການບໍລິການຫຼັກ ເພື່ອຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ ການບໍລິການທາງດ້ານແຫຼ່ງທຶນແບບປະສົມປະສານ “ການນຳເຂົ້າສິນຄ້າກ່ອນການເສຍພາສີອາກອນ + ການບໍລິການສາງພາງ + ການຂາຍກ່ອນຊຳລະພັນທະພາສີອາກອນ + ການຂາຍໃນຮູບແບບມີວົງເງິນກູ້ ການບໍລິການຫຼັງການຂາຍ” ເພື່ອຊ່ວຍຍົກລະດັບອຸດສາຫະກຳຍານພາຫະນະຂອງລາວ ແລະ ການພັດທະນາການຄ້າຂ້າມແດນໃນພາກພື້ນ.

ງານວາງສະແດງສິນຄ້າຄັ້ງນີ້ຈັດຂຶ້ນເປັນເວລາ 6 ວັນ ເຊິ່ງມີບັນດາຫົວໜ່ວຍທຸລະກິດຕ່າງໆໄດ້ນໍາເອົາສິນຄ້າຂອງຕົນເຂົ້າຮ່ວມວາງສະແດງພາຍໃນງານຫຼາຍກວ່າ 2.000 ບູດ ແລະ ງານຄັ້ງນີ້ກໍຖືເປັນໂອກາດດີສຳລັບທຸລະກິດໃນລາວເຮົາເພື່ອຊອກຫາຊ່ອງທາງ ແລະ ຄູ່ຮ່ວມມືການຄ້າກັບພາກທຸລະກິດຂອງຕ່າງປະເທດ ໂດຍສະເພາະພາກທຸລະກິດຈີນ ແລະ ອາຊີອາຕາເວັນອອກສຽງໃຕ້ ຖືໂອກາດເປີດກວ້າງໃຫ້ນັກທຸລະກິດທົ່ວພາກພື້ນຊາບວ່າ ການບໍລິການດ້ານໂລຊິດສະຕິກຜ່ານລາວນັ້ນແມ່ນໃຊ້ເສັ້ນທາງການຂົນສົ່ງທີ່ໃຊ້ຕົ້ນທຶນຕ່ຳຄືນັບຕັ້ງແຕ່ລົດໄຟລາວ-ຈີນ ເຊິ່ງຈະມາເຊື່ອມຕໍ່ກັບລົດ ໄຟລາວ-ໄທທີ່ທ່ານາແລ້ງ ເລີ່ມເປີດໃຫ້ບໍລິການເດືອນທັນວາ 2021 ຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າໄດ້ຮັບປະ ໂຫຍດຈາກຕົ້ນທຶນດ້ານໂລຊິດສະຕິກທີ່ຫຼຸດລົງຫຼາຍ

ເດືອນກໍລະກົດ 30, 2024

ແຂ່ງຂັນກິລາມິດຕະພາບ

ວັນທີ 3 ກໍລະກົດ 2024 ທີ່ເດີນກິລາຢູ່ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳ ແຂ່ງຂັນກິລາມິດຕະພາບ ເພື່ອສະເຫຼີມ ສະຫຼອງ

ເດືອນມີນາ 10, 2023

Thanaleng Dry Port generates 30 billion kip for state coffers, celebrates first anniversary

The Thanaleng Dry Port has pumped as much as