V L P

ວິຊາການບໍລິຫານຫ້ອງການ (Office Management Officer) 1 ຕໍາແໜ່ງ

  • January 28, 2025
  • Views
  • Comments Off on ວິຊາການບໍລິຫານຫ້ອງການ (Office Management Officer) 1 ຕໍາແໜ່ງ

ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ: ວັດຖຸປະສົງ: ວິຊາການບໍລິຫານຫ້ອງການ ມີຄວາມຮັບຜິດຊອບໃນການຄຸ້ມຄອງດູແລ ແລະ ບໍລິຫານຫ້ອງການໃຫ້ເປັນລະບຽບຮຽບຮ້ອຍ. ຄວບຄຸມ, ຕິດຕາມ, ຂຶ້ນແຜນຄວາມຕ້ອງການ ແລະ ເບີກຈ່າຍເຄື່ອງໃຊ້ຫ້ອງການ ໃຫ້ແຕ່ລະພາກສ່ວນຕາມແຜນທີ່ໄດ້ຖືກຮັບຮອງອະນຸມັດ ເງື່ອນໄຂ / Qualification: ສັນຊາດລາວ ອາຍຸ 25-30 ປີ ຮຽນຈົບປະລິນຍາຕີ ຫຼື ຊັ້ນສູງ ໃນສາຂາ ບໍລິຫານທຸລະກິດ ແລະ ການເງິນ-ການບັນຊີ ຫຼື ສາຂາວິຊາທີ່ກ່ຽວຂ້ອງ. ຖ້າມີປະສົບການ ໃນການເຮັດວຽກ ບໍລິຫານຫ້ອງການ (ຈະພິຈາລະນາເປັນພິເສດ) ມີຄວາມສາມາດນໍາໃຊ້ໂປຣແກຣມ Microsoft Office ແລະ ສາມາດນໍາໃຊ້ ຄອມພິວເຕີ້ເຂົ້າໃນວຽກງານທີ່ກ່ຽວຂ້ອງກັບໜ້າວຽກໄດ້ ມີທັກສະໃນການເວົ້າ, ການຂຽນ ແລະ ການນໍາສະເໜີໄດ້ດີ ມີທັກສະໃນການເວົ້າ, ການອ່ານ ແລະ ການຂຽນ

ວິສະວະກອນ ນໍ້າປະປາ (Plumbing Engineer) 1 ຕໍາແໜ່ງ

  • January 28, 2025
  • Views
  • Comments Off on ວິສະວະກອນ ນໍ້າປະປາ (Plumbing Engineer) 1 ຕໍາແໜ່ງ

ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ: ວັດຖຸປະສົງ: ວິສະວະກອນ ນໍ້າປະປາ  (Plumbing Engineer) ​ມີໜ້າທີ່ຮັບຜິດຊອບ ການເຮັດວຽກໃນທຸກຂັ້ນຕອນຂອງ      ວົງຈອນການກໍ່ສ້າງຂອງລະບົບນໍ້າປະປາ, ເລີ່ມຕັ້ງແຕ່ການພັດທະນາການອອກແບບຈົນສໍາເລັດການກໍ່ສ້າງ ແລະ ວາງແຜນສໍາລັບການບໍາລຸງຮັກສາ ແລະ ຄຸ້ມຄອງວຽກງານທີ່ກ່ຽວຂ້ອງ ໃຫ້ໄດ້ຕາມເປົ້າໝາຍ ເງື່ອນໄຂ / Qualification: ສັນຊາດລາວ ອາຍຸ 25-35 ປີ. ມີປະສົບການ 3-5 ປີ ໃນຕໍາແໜ່ງທີ່ໃກ້ຄຽງກັນ ຈົບປະລິນຍາຕີ ໃນສາຂານ້ຳປະປາ ຫຼື ສາຂາທີ່ກ່ຽວຂ້ອງ ສາມາດນໍາໃຊ້ Microsoft Words, Excel, PowerPoint, Auto CAD, PDF, Survey ແລະ ໂປຣແກຣມ ອື່ນໆ ທີ່ກ່ຽວຂ້ອງ ສາມາດນໍາໃຊ້ພາສາອັງກິດຢູ່ພາກສະໜາມໄດ້ ມີຄວາມກະຕືລືລົ້ນ, ພະຍາຍາມສູງໃນການປະຕິບັດໜ້າທີ່ວຽກງານ,

ວິສະວະກອນ ກົນຈັກ ແລະ ໄຟຟ້າ (Mechanical & Electrical Engineering) 1 ຕໍາແໜ່ງ

  • January 28, 2025
  • Views
  • Comments Off on ວິສະວະກອນ ກົນຈັກ ແລະ ໄຟຟ້າ (Mechanical & Electrical Engineering) 1 ຕໍາແໜ່ງ

ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ: ວັດຖຸປະສົງ: ຈຸດ​ປະ​ສົງ ຂອງຕໍາ​ແໜ່ງນີ້ ແມ່ນ​ເປັນ​ຜູ້​ຮັບ​ຜິດ​ຊອບ​ສໍາ​ລັບ​ການ​ທົບ​ທວນ​ຄືນ​ແຜນ​ການ​ສໍາ​ລັບ​ ລະບົບໄຟ​ຟ້າ​, ຄວາມ​ຮ້ອນ​, ເຄື່ອງ​ປັບ​ອາ​ກາດ​, ແລະ ​ການ​ລະບາຍ​ອາ​ກາດ​ຂອງ​ອາ​ຄານ​ສໍາ​ລັບ​ການ​ກໍ່​ສ້າງ​ ໜ້າທີ່ຕົ້ນຕໍຈະປະກອບມີ: ການປະຕິບັດການທົບທວນແຜນລະຫັດອາຄານ ແລະ / ຫຼື ການກວດກາ (ກົນຈັກ, ໄຟຟ້າ) ກ່ຽວກັບອາຄານທີ່ຢູ່ອາໄສ, ການຄ້າ ແລະ ການຄຸ້ມຄອງໂຄງການທີ່ກ່ຽວຂ້ອງສະເພາະ, ການເດີນທາງບາງຢ່າງອາດຈະຕ້ອງການສໍາລັບການກວດກາ ແລະ / ຫຼື ການຄຸ້ມຄອງໂຄງການໃນຂອບເຂດທີ່ໄດ້ຮັບມອບໝາຍ ເງື່ອນໄຂ / Qualification: ສັນຊາດລາວ ອາຍຸ 26-40 ປີ ມີປະສົບການຢ່າງໜ້ອຍ 2 ປີ ຂຶ້ນໄປ, ໃນສາຂາທີ່ກ່ຽວຂ້ອງ (ຖ້າມີປະສົບການ ໂຄງການກໍ່ສ້າງທາງການຄ້າ ຫຼື / ແລະ ມີປະສົບການໂຄງການພື້ນຖານໂຄງລ່າງ) ຈະພິຈາລະນາເປັນພິເສດ

ຊ່າງນໍ້າປະປາ (Plumbing Skills Worker) 1 ຕໍາແໜ່ງ

  • January 28, 2025
  • Views
  • Comments Off on ຊ່າງນໍ້າປະປາ (Plumbing Skills Worker) 1 ຕໍາແໜ່ງ

ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ: ວັດຖຸປະສົງ: ຊ່າງນໍ້າປະປາ ມີໜ້າທີ່ຮັບຜິດຊອບກ່ຽວ​ກັບ​ການ​ຕິດ​ຕັ້ງ​, ການ​ບໍາ​ລຸງ​ຮັກ​ສາ​, ແລະ ​ການ​ສ້ອມ​ແປງ​ລະ​ບົບ​ປະ​ປາ​. ດໍາເນີນການກວດກາໃຫ້ເປັນປົກກະຕິຂອງລະບົບປະປາໃນບໍລິສັດ ເພື່ອກວດພົບບັນຫາທີ່ອາດຈະເກີດຂຶ້ນ. ສ້ອມ​ແປງ ​ຫຼື​ທົດ​ແທນ​ອຸ​ປະ​ກອນທີ່ມີການເປເພ ຫຼື ເສຍຫາຍ ແລະ ປະຕິບັດວຽກງານ ອື່ນໆ ຕາມການມອບໝາຍຂອງຫົວໜ້າສາຍງານ ເງື່ອນໄຂ / Qualification: ສັນຊາດລາວ ອາຍຸ 25-35 ປີ. ມີປະສົບການໃນການເຮັດວຽກໃນວຽກງານສ້ອມແປງນໍ້າປະປາ 2 ປີ ຂຶ້ນໄປ. ຮຽນຈົບຊັ້ນສູງ ຫຼື ທຽບເທົ່າ ໃນສາຂາວິຊາທີ່ກ່ຽວຂ້ອງ. ຖ້າມີປະສົບການ ໃນການເຮັດວຽກສ້ອມແປງລະບົບນໍ້າປະປາກ່ຽວກັບໂຄງການ (ຈະພິຈາລະນາເປັນພິເສດ). ​ສາ​ມາດ​ໃນ​ການ​ນໍາ​ໃຊ້​ເຄື່ອງ​ມື ​ແລະ ​ອຸ​ປະ​ກອນ​ນໍ້າປະ​ປາ​. ມີທັກສະໃນການເວົ້າ, ການຂຽນ ແລະ ການນໍາສະເໜີກ່ຽວກັບບັນຫາໜ້າວຽກຂອງຕົນໄດ້ດີ. ມີທັດສະນະຄະຕິດີ ແລະ ມີຄວາມສັດຊື່ຕໍ່ອົງກອນ. ສາມາດເຮັດວຽກລ່ວງເວລາໄດ້

ວິຊາການການເງິນ” Finance Officer 1 ຕໍາແໜ່ງ

  • January 28, 2025
  • Views
  • Comments Off on ວິຊາການການເງິນ” Finance Officer 1 ຕໍາແໜ່ງ

ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ: ວັດຖຸປະສົງ: ກວດກາເອກະສານ ແລະ ລົງບັນຊີລາຍຈ່າຍ ຕ່າງໆທີ່ເກີດຂຶ້ນໃນບໍລິສັດປະຈຳວັນ, ກະກຽມເອກະສານຂໍ     ລາຍຈ່າຍການເງິນ, ກວດລະບົບຍອດທຸລະກຳບັນຊີທະນາຄານ Bank Reconciliation ແລະ ເງິນສົດ. ປະຕິບັດວຽກງານ ທີ່ຫົວໜ້າສາຍງານມອບໝາຍ ແລະ ປະຕິບັດວຽກງານໃຫ້ໄດ້ປະສິດທິພາບສູງສຸດ ເງື່ອນໄຂ / Qualification: ສັນຊາດລາວ ອາຍຸ 25-30 ປີ. ຈົບປະລິນຍາຕີ ສາຂາ ການເງິນ-ການບັນຊີ ຫຼື ສາຂາວິຊາທີ່ກ່ຽວຂ້ອງ. ນັກສຶກສາຈົບໃໝ່ສາມາດສະໝັກໄດ້, ຖ້າມີປະສົບການເຮັດວຽກດ້ານ ບັນຊີ-ການເງິນ ມາກ່ອນ  2 ປີ (ຈະພິຈາລະນາເປັນພິເສດ). ມີຄວາມສາມາດນໍາໃຊ້ໂປຣແກຣມບັນຊີ APIS, Microsoft Office, Outlook ແລະ ສາມາດນໍາໃຊ້ ຄອມພິວເຕີ້ເຂົ້າໃນວຽກງານຕ່າງໆໄດ້ດີ. ມີທັກສະໃນການເວົ້າ, ການອ່ານ

ພະນັກງານຊ່ວຍວຽກບໍລິຫານຫ້ອງການ ປະຈໍາຫ້ອງການພາກສະໜາມ 1 ຕໍາແໜ່ງ

  • June 11, 2024
  • Views
  • Comments Off on ພະນັກງານຊ່ວຍວຽກບໍລິຫານຫ້ອງການ ປະຈໍາຫ້ອງການພາກສະໜາມ 1 ຕໍາແໜ່ງ

ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ: ວັດຖຸປະສົງ: ພະນັກງານຊ່ວຍວຽກບໍລິຫານຫ້ອງການປະສານງານ ມີຄວາມຮັບຜິດຊອບໃນການຈັດເກັບເອກະສານ ແລະ ຊ່ວຍໃນການປະສານງານທົ່ວໄປ ເພື່ອໃຫ້ວຽກພາກສະໜາມໄວຂຶ້ນໃຫ້ທັນເວລາກັບໜ້າວຽກພາກສະໜາມ, ພ້ອມທັງຊ່ວຍໃຫ້ທີມງານພາກສະໜາມ ໃຫ້ມີປະສິດຕິພາບເພີ່ມຂຶ້ນ ເງື່ອນໄຂ / Qualification: ສັນຊາດລາວ ອາຍຸ 25-30 ປີ. ມີປະສົບການ ໃນການເຮັດວຽກ ບໍລິຫານຫ້ອງການ ຢ່າງໜ້ອຍ 1-2 ປີ. ຮຽນຈົບປະລິນຍາຕີ ຫຼື ຊັ້ນສູງ ໃນສາຂາ ບໍລິຫານທຸລະກິດ ແລະ ການເງິນ-ການບັນຊີ ຫຼື ສາຂາວິຊາທີ່ກ່ຽວຂ້ອງ. (ຍິນດີຕ້ອນຮັບນັກສຶກສາຈົບໃໝ່) ມີຄວາມສາມາດນໍາໃຊ້ໂປຣແກຣມ Microsoft Office ແລະ ສາມາດນໍາໃຊ້ ຄອມພິວເຕີ້ເຂົ້າໃນວຽກງານທີ່ກ່ຽວຂ້ອງກັບໜ້າວຽກໄດ້. ມີທັກສະໃນການເວົ້າ, ການຂຽນ ແລະ ການນໍາສະເໜີໄດ້ດີ. ມີທັກສະໃນການເວົ້າ, ການອ່ານ ແລະ ການຂຽນ

ວິຊາການ ຈັດຈ້າງ-ຈັດຊື້ 1 ຕໍາແໜ່ງ

  • April 22, 2024
  • Views
  • Comments Off on ວິຊາການ ຈັດຈ້າງ-ຈັດຊື້ 1 ຕໍາແໜ່ງ

ວັດຖຸປະສົງ: ວິສະວະກອນອອກແບບ ມີໜ້າທີ່ກວດສອບການອອກແບບທີ່ຄາດຄະເນໄວ້ວ່າ ແບບເປັນໄປຕາມຂໍ້ກຳນົດ ແລະ ໃຊ້ງານໄດ້ແທ້, ປອດໄພ ແລະ ປະຫຍັດ. ຄວບຄຸມການອອກແບບໂຄງການຕັ້ງແຕ່ຕົ້ນຈົນຈົບ ແລະ ເຮັດວຽກກັບຜູ້ຊ່ຽວຊານທາງດ້ານການກໍ່ສ້າງຈຳນວນຫຼາຍ, ລວມທັງວິຊາການສຳຫຼວດ ແລະ ວິສະວະກອນ. ເງື່ອນໄຂ / Qualification: ສັນຊາດລາວ ອາຍຸ 25-30 ປີ ມີປະສົບການ ໃນການເຮັດວຽກ ຈັດຈ້າງ-ຈັດຊື້ ຢ່າງໜ້ອຍ 1-2 ປີ ຈົບປະລິນຍາຕີ ສາຂາ ບໍລິຫານທຸລະກິດ ແລະ ການເງິນ-ການບັນຊີ ຫຼື ສາຂາວິຊາທີ່ກ່ຽວຂ້ອງ. ມີຄວາມສາມາດນໍາໃຊ້ໂປຣແກຣມບັນຊີ APIS, Microsoft Office, Outlook, ແລະ ສາມາດນໍາໃຊ້ ຄອມພິວເຕີ້ເຂົ້າໃນວຽກງານຕ່າງໆໄດ້ດີ ມີທັກສະໃນການເວົ້າ, ການຂຽນ ແລະ ການນໍາສະເໜີໄດ້ດີ ມີທັກສະໃນການເວົ້າ, ການອ່ານ

ສະຖາປານິກ 1 ຕໍາແໜ່ງ

  • April 22, 2024
  • Views
  • Comments Off on ສະຖາປານິກ 1 ຕໍາແໜ່ງ

ວັດຖຸປະສົງ: ວິສະວະກອນອອກແບບ ມີໜ້າທີ່ກວດສອບການອອກແບບທີ່ຄາດຄະເນໄວ້ວ່າ ແບບເປັນໄປຕາມຂໍ້ກຳນົດ ແລະ ໃຊ້ງານໄດ້ແທ້, ປອດໄພ ແລະ ປະຫຍັດ. ຄວບຄຸມການອອກແບບໂຄງການຕັ້ງແຕ່ຕົ້ນຈົນຈົບ ແລະ ເຮັດວຽກກັບຜູ້ຊ່ຽວຊານທາງດ້ານການກໍ່ສ້າງຈຳນວນຫຼາຍ, ລວມທັງວິຊາການສຳຫຼວດ ແລະ ວິສະວະກອນ. ເງື່ອນໄຂ / Qualification: ສັນຊາດລາວ ອາຍຸ 25-30 ປີ. ມີປະສົບການດ້ານອອກແບບ ແລະ ແຕ້ມແບບ 3-5 ປີ ຈົບປະລິນຍາຕີດ້ານການອອກແບບ ແລະ ວິຊາທີ່ກ່ຽວຂ້ອງ ມີຫົວຄິດປະດິດສ້າງ ແລະ ແນວຄິດສ້າງສັນໃນການອອກແບບ ຮູ້ນຳໃຊ້ໂປຣແກມ AutoCAD, Sketchup, 3D Max, V-ray ໂປຣແກຣມທີ່ກ່ຽວຂ້ອງອື່ນໆ ສາມາດສື່ສານພາສາອັງກິດໄດ້ ຊັດເຈນ-ເຂົ້າໃຈງ່າຍ ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນ ແລະ ສາມາດເຮັດວຽກເປັນທີມໄດ້ ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ