V L P
This job has been expired
Vientiane Logistics Park

ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ:

ວັດຖຸປະສົງ:

ກວດກາເອກະສານ ແລະ ລົງບັນຊີລາຍຈ່າຍ ຕ່າງໆທີ່ເກີດຂຶ້ນໃນບໍລິສັດປະຈຳວັນ, ກະກຽມເອກະສານຂໍ     ລາຍຈ່າຍການເງິນ, ກວດລະບົບຍອດທຸລະກຳບັນຊີທະນາຄານ Bank Reconciliation ແລະ ເງິນສົດ. ປະຕິບັດວຽກງານ ທີ່ຫົວໜ້າສາຍງານມອບໝາຍ ແລະ ປະຕິບັດວຽກງານໃຫ້ໄດ້ປະສິດທິພາບສູງສຸດ

ເງື່ອນໄຂ / Qualification:

  • ສັນຊາດລາວ ອາຍຸ 25-30 ປີ.
  • ຈົບປະລິນຍາຕີ ສາຂາ ການເງິນ-ການບັນຊີ ຫຼື ສາຂາວິຊາທີ່ກ່ຽວຂ້ອງ.
  • ນັກສຶກສາຈົບໃໝ່ສາມາດສະໝັກໄດ້, ຖ້າມີປະສົບການເຮັດວຽກດ້ານ ບັນຊີ-ການເງິນ ມາກ່ອນ  2 ປີ
  • (ຈະພິຈາລະນາເປັນພິເສດ).
  • ມີຄວາມສາມາດນໍາໃຊ້ໂປຣແກຣມບັນຊີ APIS, Microsoft Office, Outlook ແລະ ສາມາດນໍາໃຊ້ ຄອມພິວເຕີ້ເຂົ້າໃນວຽກງານຕ່າງໆໄດ້ດີ.
  • ມີທັກສະໃນການເວົ້າ, ການອ່ານ ແລະ ການຂຽນ ພາສາຕ່າງປະເທດ ໄດ້ດີ (ຈະພິຈາລະນາເປັນພິເສດ).
  • ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນ ແລະ ສາມາດເຮັດວຽກເປັນທີມໄດ້.

ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:

  • ກວດກາເອກະສານ ແລະ ລົງບັນຊີລາຍຈ່າຍ ຕ່າງໆທີ່ເກີດຂຶ້ນໃນບໍລິສັດປະຈຳວັນ.
  • ບັນທຶກ ແລະ ປຽບທຽບຍອດບັນຊີໜີ້ຕ້ອງສົ່ງຕິດຕາມ, ສະຕ໋ອກເຄື່ອງໃຊ້ຫ້ອງການ, ນໍ້າມັນ ເພື່ອເອົາມາລົງບັນຊີ.
  • ກະກຽມເອກະສານຂໍລາຍຈ່າຍການເງິນ.
  • ກວດລະບົບຍອດທຸລະກຳບັນຊີທະນາຄານ (Bank Reconciliation) ແລະ ເງິນສົດ.
  • ລົງບັນຊີຊັບສິນປະຈຳເດືອນ (Fixed Assets).
  • ສະຫຼຸບວຽກປະຈຳເດືອນ, ຊ່ວຍສ້າງບົດລາຍງານປະຈຳເດືອນ ໃຫ້ຜູ້ບໍລິຫານ.

ເອກະສານປະກອບສະໝັກ

  1. ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
  2. ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
  3. ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
  4. ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  5.  ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  6. ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  7. ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  8. ບັດປະຈຳຕົວ: 01 ໃບ (ສຳເນົາ)
  9. ສຳມະໂນຄົວ: 01 ຊຸດ (ສຳເນົາ)
  10. ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ

ໝາຍເຫດ:

  • ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
  • ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
  • ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:

ຕິດຕໍ່ສອບຖາມ:

  • ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
  • ໂທ: +856 21 360 999, +856 20 5540 8484, +856 20 5498 5560 (Tel & WhatsApp, ໜ່ວຍງານບຸກຄະລາກອນ)
  • ອີເມວ: recruitment@vientianelogisticspark.com
  • ເວັບໄຊ: https://vientianelogisticspark.com (ເວັບໄຊ້ບໍລິສັດ)
  • Facebook: Vientiane Logistics Park (ເຟສ໌ບຸກບໍລິສັດ)
  • Opening Hours:  Monday-Friday 08:00 AM – 17:00 PM

June 19, 2025

ວຽງຈັນໂລຊິດສະຕິກ ພາກ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ

ວຽງຈັນໂລຊິດສະຕິດພາກ ບັນລຸຫຼາຍຂໍ້ຕົກລົງເປີດກວ້າງການຮ່ວມມື ໂດຍນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງ ທ່າບົກທ່ານາແລ້ງເປັນສູນກາງເຊື່ອມໂຍງພາກພື້ນ ແລະ ສາກົນດ້ານການຂົນສົ່ງ, ຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ

May 26, 2025

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ