This job has been expired
ວັດຖຸປະສົງ:
ລວບລວມເອກະສານ ແລະ ບັນທຶກບັນຊີຊື້ສິນຄ້າ, ຄ່າໃຊ້ຈ່າຍຕ່າງໆໃຫ້ຖືກຕ້ອງ ລວມທັງການຊໍາລະຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນໃຫ້ໄດ້ປະຕິບັດຕາມນະໂຍບາຍ ແລະ ມາດຕະຖານບັນຊີຂອງບໍລິສັດຢ່າງເຂັ້ມງວດ
ເງື່ອນໄຂ / Qualification:
- ສັນຊາດລາວ ອາຍຸ 25-30 ປີ. ມີປະສົບການໃນການເຮັດວຽກ 1 ປີ ຂຶ້ນໄປ.
- ຈົບປະລິນຍາຕີ ສາຂາ ການບັນຊີ – ການເງິນ ຫຼື ວິຊາສະເພາະທີ່ກ່ຽວຂ້ອງ.
- ມີຄວາມສາມາດນຳໃຊ້ໂປຼແກຣມບັນຊີ APIS, Microsoft ລວມທັງ Word, Excel, ແລະ Outlook, ສາມາດນຳໃຊ້ຄອມພິວເຕີ້ເຂົ້າໃນວຽກງານຕ່າງໆໄດ້ດີ.
- ມີທັກສະການເວົ້າ, ການຂຽນ, ແລະ ການນຳສະເໜີໄດ້ດີ.
- ສາມາດສື່ສານພາສາອັງກິດໄດ້ ຊັດເຈນ-ເຂົ້າໃຈງ່າຍ.
- ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນ ແລະ ສາມາດເຮັດວຽກເປັນທີມໄດ້.
- ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ.
ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:
- ກວດກາເອກະສານ ແລະ ລົງບັນຊີຊັບສິນ, ລົງທະບຽນຄຸ້ມຄອງຊັບສິນ, ເຄື່ອນຍ້າຍຊັບສິນ ຕ່າງໆທີ່ເກີດຂຶ້ນໃນບໍລິສັດປະຈຳວັນ.
- ບັນທຶກຕິດຕາມສະຕ໋ອກເຄື່ອງໃຊ້ຫ້ອງການ ແລະ ນໍ້າມັນ ເພື່ອເອົາມາລົງບັນຊີ.
- ລົງບັນຊີບັນທຶກຕົ້ນທຶນ (ຄິດໄລ່ຄ່າຫຼຸ້ຍຫ້ຽນຊັບສິນ, ປຽບທຽບ ຍອດບັນຊີແບ່ງສ່ວນຄ່າໃຊ້ຈ່າຍ, ບັນຊີຈ່າຍລ່ວງໜ້າ).
- ສະຫຼຸບວຽກປະຈຳເດືອນ, ຊ່ວຍສ້າງບົດລາຍງານປະຈຳເດືອນ ໃຫ້ຫົວໜ້າສາຍງານ.
- ສະໜອງຂໍ້ມູນໃຫ້ກວດສອບພາຍໃນ ແລະ ກວດສອບພາຍນອກ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຜູ້ຈັດການ ແລະ ສາມາດເຮັດວຽກລ່ວງເວລາໄດ້
ເອກະສານປະກອບສະໝັກ
- ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
- ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
- ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
- ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
- ບັດປະຈຳຕົວ: 01 ໃບ (ສຳເນົາ)
- ສຳມະໂນຄົວ: 01 ຊຸດ (ສຳເນົາ)
- ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ
ໝາຍເຫດ:
- ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
- ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
- ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:
ຕິດຕໍ່ສອບຖາມ:
- ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
- ໂທ: +856 21 360 999, + 856 20 5540 8484 (Tel & WhatsApp)
- ອີເມວ: recruitment@vientianelogisticspark.com
- ເວັບໄຊ: https://vientianelogisticspark.com
- Facebook: Vientiane Logistics Park
- Opening Hours: Monday-Friday 08:00 AM – 17:00 PM
March 28, 2025
ເຊັນສັນຍາຮ່ວມມືຍຸດທະສາດດ້ານການຂົນສົ່ງດິຈິຕອນ-ໂລຈິສຕິກພາຍໃນປະເທດຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ
ເພື່ອຍົກລະດັບການຂົນສົ່ງ ຂອງ ສປປ ລາວ ຮອງຮັບການນໍາເຂົ້າ-ສົ່ງອອກ, ສົ່ງອອກຕໍ່ ແລະ ຜ່ານແດນ ສິນ
October 30, 2024
Laos set to become regional logistics connector, offering ‘great opportunities’
As the Belt and Road Initiative (BRI) advances, investors