V L P
This job has been expired
Vientiane Logistics Park

ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ:

ວັດຖຸປະສົງ:

ວິຊາການບໍລິຫານຫ້ອງການ ມີຄວາມຮັບຜິດຊອບໃນການຄຸ້ມຄອງດູແລ ແລະ ບໍລິຫານຫ້ອງການໃຫ້ເປັນລະບຽບຮຽບຮ້ອຍ. ຄວບຄຸມ, ຕິດຕາມ, ຂຶ້ນແຜນຄວາມຕ້ອງການ ແລະ ເບີກຈ່າຍເຄື່ອງໃຊ້ຫ້ອງການ ໃຫ້ແຕ່ລະພາກສ່ວນຕາມແຜນທີ່ໄດ້ຖືກຮັບຮອງອະນຸມັດ

ເງື່ອນໄຂ / Qualification:

  • ສັນຊາດລາວ ອາຍຸ 25-30 ປີ
  • ຮຽນຈົບປະລິນຍາຕີ ຫຼື ຊັ້ນສູງ ໃນສາຂາ ບໍລິຫານທຸລະກິດ ແລະ ການເງິນ-ການບັນຊີ ຫຼື ສາຂາວິຊາທີ່ກ່ຽວຂ້ອງ. ຖ້າມີປະສົບການ ໃນການເຮັດວຽກ ບໍລິຫານຫ້ອງການ (ຈະພິຈາລະນາເປັນພິເສດ)
  • ມີຄວາມສາມາດນໍາໃຊ້ໂປຣແກຣມ Microsoft Office ແລະ ສາມາດນໍາໃຊ້ ຄອມພິວເຕີ້ເຂົ້າໃນວຽກງານທີ່ກ່ຽວຂ້ອງກັບໜ້າວຽກໄດ້
  • ມີທັກສະໃນການເວົ້າ, ການຂຽນ ແລະ ການນໍາສະເໜີໄດ້ດີ
  • ມີທັກສະໃນການເວົ້າ, ການອ່ານ ແລະ ການຂຽນ ພາສາຕ່າງປະເທດ ໄດ້ດີ (ຈະພິຈາລະນາເປັນພິເສດ)
  • ມີທັດສະນະຄະຕິດີ ແລະ ມີແບບແຜນການບໍລິຫານຈັດການ ທີ່ດີ
  • ສາມາດເຮັດວຽກລ່ວງເວລາໄດ້ (ຖ້າຈໍາເປັນ)
  • ມີຄວາມສາມາດໃນການເຮັດວຽກ ຢ່າງມີປະສິດຕິພາບປະສິດຕິຜົນ ແລະ ສາມາດເຮັດວຽກເປັນທີມໄດ້

ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:

  • ຊ່ວຍວຽກບໍລິຫານຫ້ອງການ
  • ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຈົບງາມ ຂອງອາຄານສໍານັກງານຫ້ອງການ ແລະ ສະຖານທີ່ອ້ອມຮອບບໍລິສັດ.
  • ກະກຽມສະຖານທີ່ ເພື່ອຮອງຮັບແຂກທັງພາຍໃນ ແລະ ພາຍນອກ, ກະກຽມບ່ອນນັ່ງໃຫ້ພະນັກງານທີ່ຮັບເຂົ້າໃໝ່ ຂອງແຕ່ລະພາກສ່ວນ.
  • ຊ່ວຍວາງແຜນຄຸ້ມຄອງການຊົມໃຊ້ ເຊັ່ນ: ໄຟຟ້າ, ນໍ້າປະປາ ແລະ ເຄື່ອງໃຊ້ຫ້ອງການຕ່າງໆ ໃຫ້ເປັນລະບົບ, ລະບຽບ ແລະ ປະຫຍັດ.
  • ຂຶ້ນແຜນ, ເບີກຈ່າຍ ແລະ ຄຸ້ມຄອງການຊົມໃຊ້ນໍ້າມັນລົດບໍລິຫານ ແລະ ລົດຂອງພະນັກງານ ຕາມລະບຽບພາຍໃນ ຂອງບໍລິສັດ.
  • ຕິດຕາມ, ສະຫຼຸບສັງລວມ ແລະ ດຳເນີນການປະກອບເອກະສານ ລາຍຈ່າຍກ່ຽວກັບຄ່າ​ໂທລະສັບ​ຫ້ອງການ, ຄ່າອິນເຕີເນັດ, ຄ່າ​​ໄຟຟ້າ, ຄ່າ​ນ້ຳ​ປະປາ, ຄ່າເຊົ່າຫ້ອງການ, ຈັກໂຟໂຕກອບປີ ແລະ ຄ່າໃຊ້ຈ່າຍ ອື່ນໆ ທີ່ຢູ່ໃນຄວາມຮັບຜິດຊອບ.
  • ແລະ ວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າສາຍງານ

ເອກະສານປະກອບສະໝັກ

  1. ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
  2. ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
  3. ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
  4. ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  5.  ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  6. ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  7. ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  8. ບັດປະຈຳຕົວ: 01 ໃບ (ສຳເນົາ)
  9. ສຳມະໂນຄົວ: 01 ຊຸດ (ສຳເນົາ)
  10. ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ

ໝາຍເຫດ:

  • ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
  • ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
  • ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:

ຕິດຕໍ່ສອບຖາມ:

  • ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
  • ໂທ: +856 21 360 999, +856 20 5540 8484, +856 20 5498 5560 (Tel & WhatsApp, ໜ່ວຍງານບຸກຄະລາກອນ)
  • ອີເມວ: recruitment@vientianelogisticspark.com
  • ເວັບໄຊ: https://vientianelogisticspark.com (ເວັບໄຊ້ບໍລິສັດ)
  • Facebook: Vientiane Logistics Park (ເຟສ໌ບຸກບໍລິສັດ)
  • Opening Hours:  Monday-Friday 08:00 AM – 17:00 PM

June 19, 2025

ວຽງຈັນໂລຊິດສະຕິກ ພາກ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ

ວຽງຈັນໂລຊິດສະຕິດພາກ ບັນລຸຫຼາຍຂໍ້ຕົກລົງເປີດກວ້າງການຮ່ວມມື ໂດຍນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງ ທ່າບົກທ່ານາແລ້ງເປັນສູນກາງເຊື່ອມໂຍງພາກພື້ນ ແລະ ສາກົນດ້ານການຂົນສົ່ງ, ຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ

May 26, 2025

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ