V L P
This job has been expired
Vientiane Logistics Park

ລາຍລະອຽດຂອງ ຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ:

ວັດຖຸປະສົງ:

ລວບລວມເອກະສານ ແລະ ບັນທຶກບັນຊີຊື້ສິນຄ້າ, ຄ່າໃຊ້ຈ່າຍຕ່າງໆໃຫ້ຖືກຕ້ອງ ລວມທັງການຊໍາລະຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນໃຫ້ໄດ້ປະຕິບັດຕາມນະໂຍບາຍ ແລະ ມາດຕະຖານບັນຊີຂອງບໍລິສັດຢ່າງເຂັ້ມງວດ

ເງື່ອນໄຂ / Qualification:

  • ສັນຊາດລາວ ອາຍຸ 25-30 ປີ. ມີປະສົບການໃນການເຮັດວຽກ 1 ປີ ຂຶ້ນໄປ
  • ຈົບປະລິນຍາຕີ ສາຂາ ການບັນຊີ – ການເງິນ ຫຼື ວິຊາສະເພາະທີ່ກ່ຽວຂ້ອງ
  • ມີຄວາມສາມາດນຳໃຊ້ໂປຼແກຣມບັນຊີ APIS, Microsoft ລວມທັງ Word, Excel, ແລະ Outlook, ສາມາດນຳໃຊ້ຄອມພິວເຕີ້ເຂົ້າໃນວຽກງານຕ່າງໆໄດ້ດີ
  • ມີທັກສະການເວົ້າ, ການຂຽນ, ແລະ ການນຳສະເໜີໄດ້ດີ
  • ສາມາດສື່ສານພາສາອັງກິດໄດ້ ຊັດເຈນ-ເຂົ້າໃຈງ່າຍ
  • ມີຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບປະສິດທິຜົນ ແລະ ສາມາດເຮັດວຽກເປັນທີມໄດ້
  • ມີມະນຸດສຳພັນດີ, ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ໜ້າທີ່ວຽກງານ

ໜ້າທີ່ຮັບຜິດຊອບຫຼັກ / Key Resposibilities:

  • ກວດກາເອກະສານ ແລະ ລົງບັນຊີຊັບສິນ, ລົງທະບຽນຄຸ້ມຄອງຊັບສິນ, ເຄື່ອນຍ້າຍຊັບສິນ ຕ່າງໆທີ່ເກີດຂຶ້ນໃນບໍລິສັດປະຈຳວັນ
  • ບັນທຶກຕິດຕາມສະຕ໋ອກເຄື່ອງໃຊ້ຫ້ອງການ ແລະ ນໍ້າມັນ ເພື່ອເອົາມາລົງບັນຊີ
  • ລົງບັນຊີບັນທຶກຕົ້ນທຶນ (ຄິດໄລ່ຄ່າຫຼຸ້ຍຫ້ຽນຊັບສິນ, ປຽບທຽບ ຍອດບັນຊີແບ່ງສ່ວນຄ່າໃຊ້ຈ່າຍ, ບັນຊີຈ່າຍລ່ວງໜ້າ)
  • ສະຫຼຸບວຽກປະຈຳເດືອນ, ຊ່ວຍສ້າງບົດລາຍງານປະຈຳເດືອນ ໃຫ້ຫົວໜ້າສາຍງານ
  • ສະໜອງຂໍ້ມູນໃຫ້ກວດສອບພາຍໃນ ແລະ ກວດສອບພາຍນອກ
  • ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຜູ້ຈັດການ ແລະ ສາມາດເຮັດວຽກລ່ວງເວລາໄດ້

ເອກະສານປະກອບສະໝັກ

  1. ຊີວະປະຫວັດຫຍໍ້: 01 ຊຸດ (ຕ້ອງມີກາຈໍ້ານາຍບ້ານ)
  2. ໃບຢັ້ງຢືນການສຶກສາ: 01 ຊຸດ (ສໍາເນົາ)
  3. ໃບຢັ້ງຢືນການຜ່ານງານ (ຖ້າມີ): 01 ໃບ (ສຳເນົາ)
  4. ໃບຢັ້ງຢືນທີ່ຢູ່: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  5.  ໃບຄໍ້າປະກັນເຂົ້າເຮັດວຽກ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  6. ໃບແຈ້ງໂທດ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  7. ໃບກວດສຸຂະພາບ: 01 ໃບ ຂອງແທ້ (ບໍ່ກາຍ 03 ເດືອນ) ເອົາຫຼັງຈາກຜ່ານສໍາພາດ.
  8. ບັດປະຈຳຕົວ: 01 ໃບ (ສຳເນົາ)
  9. ສຳມະໂນຄົວ: 01 ຊຸດ (ສຳເນົາ)
  10. ເອກະສານ ອື່ນໆ ທີ່ປະກອບໃນການສະໝັກວຽກ

ໝາຍເຫດ:

  • ຂໍໃຫ້ທ່ານປະກອບເອກະສານຂອງທ່ານ ໃຫ້ໄດ້ຕາມຂໍ້ກໍານົດທີ່ໄດ້ກ່າວມາຂ້າງເທິງນີ້ດ້ວຍ
  • ທ່ານທີ່ສົນໃຈໃຫ້ສົ່ງໃບຄຳຮ້ອງຂໍສະໝັກວຽກ, ຊີວະປະຫວັດຫຍໍ້ ( CV ) ພ້ອມກັບເອກະສານຢັ້ງຢືນຕ່າງໆ
  • ສົ່ງໃຫ້ພະແນກຊັບພະຍາກອນມະນຸດບໍ່ໃຫ້ກາຍ ວັນທີ:

ຕິດຕໍ່ສອບຖາມ:

  • ທີ່ຢູ່: ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
  • ໂທ: +856 21 360 999, +856 20 5540 8484, +856 20 5498 5560 (Tel & WhatsApp, ໜ່ວຍງານບຸກຄະລາກອນ)
  • ອີເມວ: recruitment@vientianelogisticspark.com
  • ເວັບໄຊ: https://vientianelogisticspark.com (ເວັບໄຊ້ບໍລິສັດ)
  • Facebook: Vientiane Logistics Park (ເຟສ໌ບຸກບໍລິສັດ)
  • Opening Hours:  Monday-Friday 08:00 AM – 17:00 PM

September 25, 2025

ປະກອບສ່ວນອຸປະຖຳ ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VI

ໃນວັນທີ 19 ກັນຍາ 2025 ທີ່ຜ່ານມາ, ກຸ່ມບໍລິສັດ ສິດທິໂລຈິສຕິກ ລາວ ຈຳກັດ,

June 19, 2025

ວຽງຈັນໂລຊິດສະຕິກ ພາກ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ທີ່ນະຄອນຄຸນໝິງ ສປ ຈີນ

ວຽງຈັນໂລຊິດສະຕິດພາກ ບັນລຸຫຼາຍຂໍ້ຕົກລົງເປີດກວ້າງການຮ່ວມມື ໂດຍນໍາໃຊ້ຂໍ້ໄດ້ປຽບດ້ານພູມມີສາດຂອງ ທ່າບົກທ່ານາແລ້ງເປັນສູນກາງເຊື່ອມໂຍງພາກພື້ນ ແລະ ສາກົນດ້ານການຂົນສົ່ງ, ຮ່ວມກັນສ້າງເວທີການບໍລິການ ສິນຄ້າຂ້າມແດນ ແລະ